logo

ທ່ານ​ເລ​ຂາ​ທິກ​ານ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ​ສົ່ງ​ໂທ​ລະ​ເລກຢື້​ຢາມ​ຖາມ​ຂ່າວ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ກ່ຽວ​ກັບ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19

2021/4/29 | 15:30:00
(VOVWORLD) -  ດ້ວຍຄວາມສາມັກຄີແບບພິເສດ, ຄວາມສະໜິດຕິດພັນຢ່າງໜຽວແໜ້ນ, ການອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ແບ່ງສຸກແບ່ງທຸກນຳກັນ ລະຫວ່າງສອງພັກ, ສອງລັດ, ປະຊາຊົນສອງປະເທດ, ຫວຽດນາມ ຍາມໃດກໍກຽມພ້ອມທີ່ຈະຮ່ວມມື, ໜູນຊ່ວຍ, ແບ່ງປັນປະສົບການ, ຮຽງບ່າຮຽງໄຫຼ່ ພ້ອມກັບ ລາວ ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ເພື່ອໃຫ້ສອງປະເທດພວກເຮົາ ພ້ອມກັນນຳປະເທດກັບຄືນສູ່ສະພາບເປັນປົກກະຕິໂດຍໄວ, ສືບຕໍ່ພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. 

        ໂດຍໄດ້ຮັບຂ່າວສະພາບການໂລກລະບາດໂຄວິດ - 19 ພວມແຜ່ລະບາດ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ. ເນື້ອໃນຂອງໂທລະເລກດັ່ງກ່າວມີຕອນຂຽນວ່າ: ສະພາບການໂລກລະບາດໂຄວິດ - 19 ຍັງສືບຕໍ່ມີການຜັນແປຢ່າງສັບສົນທີ່ສຸດ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ອັນໄດ້ສົ່ງຜົນກະທົບເຖິງທຸກດ້ານຂອງຊີວິດເສດຖະກິດ - ສັງຄົມຂອງບັນດາປະເທດ, ໃນນັ້ນ ມີ ຫວຽດນາມ ແລະ ລາວ. ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍເອົາໃຈໃສ່, ຕິດຕາມຢ່າງໃກ້ຊິດ ແລະ ແບ່ງເບົາຕໍ່ຄວາມຫຍຸ້ງຍາກ ເຊິ່ງປະເທດ ລາວ ພວມປະເຊີນໜ້າ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ.

        ຫວຽດນາມ ຕີລາຄາສູງບັນດາມາດຕະການ ເຊິ່ງພັກ, ລັດຖະບານ ລາວ ໄດ້ ແລະ ກຳລັງຜັນຂະຫຍາຍໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແລະ ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດ ລາວ ໂດຍທ່ານ ທອງລຸນ ສີສຸລິດ ນຳໜ້າ, ການບໍລິຫານທີ່ເດັດດ່ຽວຂ້ຽວຂາດຂອງລັດຖະບານ, ຄວາມສາມັກຄີ ແລະ ຄວາມເປັນເອກະພາບໃນທົ່ວລະບົບການເມືອງ ແລະ ຄວາມເຫັນດີເຫັນພ້ອມຂອງປະຊາຊົນ, ການສະໜັບສະໜູນຈາກໝູ່ປະຊາຊົນ, ແນ່ນອວ່າ ລາວ ຈະສະກັດກັ້ນ ແລະ ຈຳກັດລະດັບການແຜ່ລະບາດ ແລະ ຄວບຄຸມໂລກລະບາດໂຄວິດ - 19 ໄດ້ໃນໄລຍະເວລາໄວທີ່ສຸດ.

        ດ້ວຍມູນເຊື້ອຄວາມສາມັກຄີແບບພິເສດ, ຄວາມສະໜິດຕິດພັນຢ່າງໜຽວແໜ້ນ, ການອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ແບ່ງສຸກແບ່ງທຸກນຳກັນ ລະຫວ່າງສອງພັກ, ສອງລັດ, ປະຊາຊົນສອງປະເທດ, ຫວຽດນາມ ຍາມໃດກໍກຽມພ້ອມທີ່ຈະຮ່ວມມື, ໜູນຊ່ວຍ, ແບ່ງປັນປະສົບການ, ຮຽງບ່າຮຽງໄຫຼ່ ພ້ອມກັບ ລາວ ໃນການ ຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ເພື່ອໃຫ້ສອງປະເທດພວກເຮົາ ພ້ອມກັນນຳປະເທດກັບຄືນສູ່ສະພາບເປັນປົກກະຕິໂດຍໄວ, ສືບຕໍ່ພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. 

TAG
VOV/VOVworld/ໂຄວິດ - 19/ລາວ/ຫວຽດ​ນາມ/ແບ່ງ​ສຸກ​ແບ່ງ​ທຸກ​ນຳ​ກັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ