logo

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ ວາງ​ເປົ້າ​ໝາຍ​ດິນ​ຟ້າອາ​ກາດ​ໃໝ່​ໂດຍ​ໄວ ແລະ ເລິກ​ເຊິ່ງ​ກ່​ວາ

2025/9/25 | 16:53:50
(VOVWORLD) -  ຕາມທ່ານ Antonio Guterres, ບັນດາປະເທດປະກາດຕ້ອງມີບັນດາເປົ້າໝາຍໃໝ່ກ່ຽວກັບດິນຟ້າອາກາດເພື່ອສ້າງກຳລັງໜູນໃຫ້ແກ່ບັນດາການເຈລະຈາກ່ຽວກັບດິນຟ້າອາກາດ ທົ່ວໂລກ ຢູ່ກອງປະຊຸມຄັ້ງທີ 30 ຂອງບັນດາຝ່າຍທີ່ເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP30) ທີ່ຈະດຳເນີນໃນເດືອນພະຈິກ ຈະມາເຖິງຢູ່ ບຣາຊິນ.
ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ  (ພາບ: REUTERS/Mike Segar)

ວັນທີ 24 ກັນຍາ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງໃຫ້ທຸກປະເທດເຂົ້າຮ່ວມຂໍ້ຕົກລົງວ່າດ້ວຍດິນຟ້າອາກາດ ປາຣີ ວາງອອກບັນດາແຜນການກ່ຽວກັບດິນຟ້າອາກາດໃໝ່ ໃຫ້ແກ່ປີ 2035 ເພື່ອແນໃສ່ບັນລຸໄດ້ເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດໂດຍໄວ ແລະ ເລິກເຊິ່ງກ່ວາ ເມື່ອທຽບກັບຄຳໝັ້ນສັນຍາກ່ອນນັ້ນ. ຄຳຮຽກຮ້ອງຂອງທ່ານ ເລຂາທິການໃຫຍ່ ສປຊ ໄດ້ຍົກອອກມາຢູ່ກອງປະຊຸມສຸດຍອດບັນດາການນຳກ່ຽວກັບດິນຟ້າອາກາດ ຢູ່ນອກກອງປະຊຸມຂອງສະມັດຊາດໃຫຍ່ ສປຊ ຊຸດທີ 80. ຕາມທ່ານ Antonio Guterres, ບັນດາປະເທດປະກາດຕ້ອງມີບັນດາເປົ້າໝາຍໃໝ່ກ່ຽວກັບດິນຟ້າອາກາດເພື່ອສ້າງກຳລັງໜູນໃຫ້ແກ່ບັນດາການເຈລະຈາກ່ຽວກັບດິນຟ້າອາກາດ ທົ່ວໂລກ ຢູ່ກອງປະຊຸມຄັ້ງທີ 30 ຂອງບັນດາຝ່າຍທີ່ເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP30) ທີ່ຈະດຳເນີນໃນເດືອນພະຈິກ ຈະມາເຖິງຢູ່ ບຣາຊິນ.

ປັດຈຸບັນ, ພວກເຮົາຕ້ອງມີບັນດາແຜນການໃໝ່ໃຫ້ແກ່ປີ 2035, ເດີນໄປໄກກ່ວາ ແລະ ໄວກ່ວາຫຼາຍ: ປະຕິບັດການຫຼຸດຜ່ອນການປ່ອຍອາຍພິດລົງຢ່າງແຮງ ຕາມເປົ້າໝາຍແມ່ນ ຫຼຸດອຸນຫະພູມທົ່ວໂລກລົງ 1,5 ອົງສາຊີ, ກວມລວມທຸກຂົງເຂດ ແລະ ຂະແໜງການທີ່ປ່ອຍອາຍພິດ, ພ້ອມທັງ ຍູ້ໄວວິວັດການຫັນປ່ຽນພະລັງງານແບບຍຸຕິທຳທົ່ວທົ່ວໂລກ. ແຜນການໃໝ່ຂອງບັນດາປະເທດ ອາດສາມາດພາພວກເຮົາກ້າວຂຶ້ນບາດໜຶ່ງທີ່ຫຼາຍພໍສົມຄວນ.

TAG
VOV/VOVworld/​ເລ​ຂາ​ທິ​ການ​ໃຫຍ່/ສ​ປ​ຊ/​ດິນ​ຟ້າອາ​ກາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ