logo

ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Moon ໄດ້ພົບປະກັບ ການນຳມ້ຽນມາ

2012/5/1 | 10:20:24
ທ່ານ​ເລຂາທິການ​ໃຫຍ່ສະຫະ​ປະ​ຊາ​ຊາດ Ban Ki Moon​ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ​ປະ​ເທດ​ມ້ຽນ​ມາ U Thein Sein ​ແລະ ພົບ​ປະ​ກັບ​ຜູ້ນຳ​ຝ່າຍ​ຄ້ານທ່ານນາງ Aung San Suu Kyi.

ທ່ານ​ເລຂາທິການ​ໃຫຍ່ສະຫະ​ປະ​ຊາ​ຊາດ
ພົບ​ປະ​ກັບ​ການ​ນຳມ້ຽນ​ມາ

( ພາບ: vietnamplus.vn )

( vovworld ) –   ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ມ້ຽນ​ມາ, ວັນ​ທີ 1/5, ທ່ານ​ເລຂາທິການ​ໃຫຍ່ສະຫະ​ປະ​ຊາ​ຊາດ Ban Ki Moon​ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ​ປະ​ເທດ​ມ້ຽນ​ມາ U Thein Sein ​ແລະ ພົບ​ປະ​ກັບ​ຜູ້ນຳ​ຝ່າຍ​ຄ້ານທ່ານນາງ Aung San Suu Kyi. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ປະທານ​ນາ​ທິບໍດີ Thein Sein ​ໃຫ້​ຮູ້​ວ່າ ລັດຖະບານ​ມ້ຽນ​ມາ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ອົງການ​ບທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ​ສາກົນ, ​ໃນ​ນັ້ນ​ມີ​​ອົງການສະຫະປະຊາຊາດ ເພື່ອການພັດທະນາ ( UNDP ), ​ອົງທັນ​ຍາຫານໂລກ ( WFP ) ​ແລະ ອົງການ ກາແດງສາກົນ ( ICRC ), ​ໃນ​ການ​ຊ່ວຍ​ເຫຼືອມະນຸດສະທຳ, ສ້າງ​ຖີ່​ນຖານ​ຄົງ​ທີ່​ຄືນ​ໃໝ່, ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ອຸກ​ໜຸນສັງຄົມ​ໃຫ້​ແກ່​ເຂດ​ຕ່າງໆ​. ກຽວຂ້ອງ​ເຖິງ​ຂໍ້​ສະ​ເໜີ​ສັນຕິພາບ​ຂອງ​ລັດຖະບານ​ມ້ຽນ​ມາ, ທ່ານ Thein Sein ​ໃຫ້​ຮູ້​ວ່າ Nay Pi Do ສາມາດ​ສຳ​ເລັດ​ໄລຍະ​ທີໜື່ງ​ ​ແມ່ນ​ບັນລຸ​ໄດ້​ສັນຍາ​ຢຸ​ດຍິງ​ກັບ 10 ​ໃນ​ຈຳນວນ 11 ກຸ່ມ​ປະກອບ​ອາ​ວຸດ​ຢູ່​ປ​ະເທດ​ນີ້. ທ່ານ​ຫວັງ​ວ່າ​ຈະ​ໄກ​່ເກັ່ຍກັບ​ກຸ່ມ​ປະກອບ​ອາວຸດ​ອົງການ​ເອກະລາດ  Cachin ( KIO ). ​ເຊິ່ງຕາມ​ທ່ານ​ແລ້ວ, ບັນດາ​ອົງການ​ຊົນ​ເຜົ່າຢູ່​ປະ​ເທດ​ນີ້​ພວມ​ຮ່ວມ​ມື​ກັບ​ລັດຖະບານ ​ເພື່ອ​ລົງ​ນານ​ໃນ​ບັນດາ​ສັນຍາ​ສັນຕິພາບ​ສຸດ​ທ້າຍ​ຢູ່​ສະພາ​ແຫ່ງ​ຊາດ.

TAG
Ban Ki Moon

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ