ທີ່ການພົບປະ(ພາບ: ກະຊວງການຕ່າງປະເທດ)
|
ຫວຽດນາມ ໄດ້ກາຍເປັນແບບຢ່າງກ່ຽວກັບການພັດທະນາແບບຍືນຍົງ. ນີ້ແມ່ນຄຳເນັ້ນໜັກຂອງທ່ານ Kao Kim Hourn, ເລຂາທິການໃຫຍ່ ອາຊຽນ ທີ່ການພົບປະກັບທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໃນຕອນບ່າຍວັນທີ 14 ມັງກອນ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທີ່ ຮ່າໂນ້ຍ, ເນື່ອງໃນໂອກາດທ່ານມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີດີຈີຕອນ ອາຊຽນ (ADGMIN) ຄັ້ງທີ 6.
ຕາມທ່ານເລຂາທິການໃຫຍ່ ອາຊຽນ ແລ້ວ, ໃນໄລຍະຜ່ານມາ, ຫວຽດນາມ ບັນລຸໄດ້ຜົນງານຫຼາຍຢ່າງໃນການພັດທະນາເສດຖະກິດ - ສັງຄົມທີ່ໜ້າປະທັບໃຈ, ຜ່ານນັ້ນ, ກໍ່ໄດ້ກາຍເປັນແບບຢ່າງກ່ຽວກັບການພັດທະນາແບບຍືນຍົງ. ທ່ານສະແດງຄວາມເຊື່ອໝັ້ນວ່າ ພັກກອມມູນິດ ຫວຽດນາມ ຈະຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກຢ່າງສຳເລັດຜົນ, ປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ປະກອບສ່ວນເພີ່ມທະວີບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ພາກພື້ນ ແລະ ສາກົນຫຼາຍກວ່າອີກ.
ທີ່ການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່ ອາຊຽນ ຊາບກ່ຽວກັບວຽກງານກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ, ເຊິ່ງຈະຈັດຂຶ້ນແຕ່ວັນທີ 19 – 25 ມັງກອນ; ທ່ານຢືນຢັນວ່າ ຫວຽດນາມ ຈະສືບຕໍ່ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນກັບສາກົນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ແລະ ອາຊຽນ ຍາມໃດກໍ່ມີທີ່ຕັ້ງ ແລະ ບົດບາດຍຸດທະສາດສຳຄັນໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ.




