logo

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ຮຽກ​ຮ້ອງ​ສ້າງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ທະ​ຫານ​ເຂດ 4 ປະ​ຕິ​ວັດ, ຊຳ​ນານ​ຮົບ, ທັນ​ສະ​ໄໝ

2025/10/12 | 12:04:21
(VOVWORLD) -  ຜ່ານໄລຍະ 80 ປີແຫ່ງການກໍ່ສ້າງ, ຕໍ່ສູ້, ໄດ້ຮັບໄຊຊະນະ ແລະ ເຕີບໃຫ່ຍຂອງການນຳ, ພະນັກງານບັນຊາການ, ພາລະກອນ, ນັກຮົບ, ຜູ້ອອກແຮງງານລຸ້ນຕ່າງໆ, ກຳລັງປະກອບອາວຸດທະຫານເຂດ 4 ໄດ້ເສິມຂະຫຍາຍຄຸນນະທາດ ພູມປັນຍາສິລະປະການທະຫານ ຫວຽດນາມ ຢ່າງສຸດຂີດ.

(ພາບ: TTXVN)

  ຕອນເຊົ້າວັນທີ 12 ຕຸລາ, ຢູ່ແຂວງ ເງະອານ, ທ່ານເລຂາທິການໃຫ່ຍ ໂຕເລິມ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອ ກຳລັງປະກອບອາວຸດທະຫານເຂດ 4 ກະຊວງປ້ອງກັນປະເທດ ຫວຽດນາມ (15/10/1945-15/10/2025) ແລະ ຮັບຫຼຽນໄຊ ໂຮ່ຈີມິນ.

(ພາບ: TTXVN)

ນະທີ່ນີ້, ທ່ານເລຂາທິການໃຫ່ຍ ໂຕເລິມ ໄດ້ເນັ້ນໜັກວ່າ ຜ່ານໄລຍະ 80 ປີແຫ່ງການກໍ່ສ້າງ, ຕໍ່ສູ້, ໄດ້ຮັບໄຊຊະນະ ແລະ ເຕີບໃຫ່ຍຂອງການນຳ, ພະນັກງານບັນຊາການ, ພາລະກອນ, ນັກຮົບ, ຜູ້ອອກແຮງງານລຸ້ນຕ່າງໆ, ກຳລັງປະກອບອາວຸດທະຫານເຂດ 4 ໄດ້ເສິມຂະຫຍາຍຄຸນນະທາດ ພູມປັນຍາສິລະປະການທະຫານ ຫວຽດນາມ ຢ່າງສຸດຂີດ, ສ້າງຫຼາຍວິລະກຳທີ່ດີເດັ່ນໃນພາລະກິດປົດປ່ອຍຊາດ ກໍ່ຄືໃນພາລະກິດສ້າງສາ ປົກປັກຮັກສາປະເທດຊາດ:

  ຕ້ອງສຸມໃສ່ສ້າງກຳລັງປະກອບອາວຸດທະຫານເຂດ 4 ປະຕິວັດຊຳນານຮົບ, ທັນສະໄໝ, ເອົາການສ້າງຄວາມໝັ້ນຄົງເຂັ້ມແຂງດ້ານການເມືອງເປັນພື້ນຖານ ເພື່ອຍົກສູງຄຸນນະພາບສັງລວມ ແລະ ກຳລັງແຮງຕໍ່ສູ້. ສຸມໃສ່ປ່ຽນແປງໃໝ່ ຍົກສູງຄຸນະພາບການສຶກສາການເມືອງ, ຝຶກຝົນການທະຫານຖືກຕ້ອງຕາມທິດນຳ ທິດທາງໄດ້ກຳນົດ. ຝຶກຝົນຫຼໍ່ຫຼອມຄຸນະທາດ, ເຕັກນິກຍຸດໂທບາຍ, ເປັນເຈົ້າການອາວຸດປະເພດຕ່າງໆ ໂດຍສະເພາະແມ່ນອາວຸດທັນສະໄໝ, ມີມາດຕະການຊຸກຍູ້ນະວັດຕະກຳ, ຫັນເປັນດີຈີຕອນ ຕິດພັນກັບການຫັນບັນດາຄາດໝາຍສ້າງກອງທັຍທັນສະໄໝ ໂດຍກະຊວງປ້ອງກັນປະເທດປະກາດ ໃຫ້ປະກົດຜົນເປັນຈິງ.

(ພາບ: TTXVN)
TAG
VOV/VOVworld/ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ/​ກຳ​ລັງ​ປະ​ກອບ​ອາ​ວຸດ​ທະ​ຫານ​ເຂດ 4 ປະ​ຕິ​ວັດ/ຊຳ​ນານ​ຮົບ/ທັນ​ສະ​ໄໝ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ