logo

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາສາກົນ ຫວຽດນາມ ວິທະຍາ

2025/10/26 | 10:02:33
(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງເລື່ອງບັນດານັກວິທະຍາສາດ, ນັກຮຽນຮູ້ໄດ້ລົງເລິກບັນດາຫົວຂໍ້ທີ່ມີລັກສະນະໂຄງປະກອບ, ມີຄວາມໝາຍຍຸດທະສາດສຳລັບອະນາຄົດຂອງ ຫວຽດນາມ
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການຕ້ອນຮັບ
(ພາບ: TTXVN)

ຕອນເຊົ້າວັນທີ 26 ຕຸລາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາສາກົນ ຫວຽດນາມ ວິທະຍາ ຄັ້ງທີ 7.

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງເລື່ອງບັນດານັກວິທະຍາສາດ, ນັກຮຽນຮູ້ໄດ້ລົງເລິກບັນດາຫົວຂໍ້ທີ່ມີລັກສະນະໂຄງປະກອບ, ມີຄວາມໝາຍຍຸດທະສາດສຳລັບອະນາຄົດຂອງ ຫວຽດນາມ; ທ່ານຢືນຢັນວ່າ ໃນວິວັດການວາງແຜນກຳນົດທິດທາງ, ແຜນນະໂຍບາຍ, ນະໂຍບາຍພັດທະນາປະເທດຊາດ, ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຮັບຟັງຄຳເຫັນຕີລາຄາດ້ານວິທະຍາສາດເອກະລາດ, ເຂັ້ມງວດ, ມີເຈດຕະນາດີ; ທ່ານປາດຖະໜາວ່າ ບັນດານັກຊ່ຽວຊານ, ນັກຮຽນຮູ້ຈະສືບຕໍ່ຮ່ວມເດີນທາງ, ບໍ່ພຽງແຕ່ດ້ວຍຈິດໃຈຄວາມຮັກແພງເທົ່ານັ້ນ ຫາກຍັງດ້ວຍຄວາມຮູ້ດ້ານວິທະຍາສາດ, ໄຈ້ແຍກນະໂຍບາຍໂດຍອີງໃສ່ຫຼັກຖານວິທະຍາສາດ, ມີຂໍ້ສະເໜີແນະຢ່າງລະອຽດ, ແທດຈິງ, ສາມາດຜັນຂະຫຍາຍໄດ້ອີກດ້ວຍ.

TAG
VOV/VOVworld/​ທິດ​ທາງ/ແຜນ​ນະ​ໂຍ​ບາຍ/ພັດ​ທະ​ນາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ