logo

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບປະທານສະພາຄຸ້ມຄອງ ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ Murphy Oil

2025/10/15 | 11:16:25
(VOVWORLD) - ທ່ານສະເໜີໃຫ້ກຸ່ມບໍລິສັດສືບຕໍ່ສົມທົບກັບບັນດາຄູ່ຮ່ວມມື ຫວຽດນາມ ເພື່ອຍູ້ແຮງການຜັນຂະຫຍາຍບັນດາໂຄງການລົງທຶນນ້ຳມັນອາຍແກັດຢູ່ ຫວຽດນາມ
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Eric Hambly, ປະທານສະພາຄຸ້ມຄອງ ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ Murphy Oil
(ພາບ: TTXVN)

          ຕອນບ່າຍວັນທີ 15 ຕຸລາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ຕ້ອນຮັບທ່ານ Eric Hambly, ປະທານສະພາຄຸ້ມຄອງ ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ Murphy Oil.  ໂດຍຕີລາຄາສູງເລື່ອງກຸ່ມບໍລິສັດໄດ້ລົງທຶນ, ດຳເນີນທຸລະກິດຢ່າງຍາວນານຢູ່ ຫວຽດນາມ ດ້ວຍໝາກຜົນທີ່ຕັ້ງໜ້າ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢືນວ່າ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຂອງບັນດາວິສາຫະກິດຕ່າງປະເທດຢູ່ ຫວຽດນາມ ໃນຂົງເຂດພະລັງງານ, ໃນນັ້ນມີ ອາເມລິກາ. ທ່ານສະເໜີໃຫ້ກຸ່ມບໍລິສັດສືບຕໍ່ສົມທົບກັບບັນດາຄູ່ຮ່ວມມື ຫວຽດນາມ ເພື່ອຍູ້ແຮງການຜັນຂະຫຍາຍບັນດາໂຄງການລົງທຶນນ້ຳມັນອາຍແກັດຢູ່ ຫວຽດນາມ, ປະຕິບັດການຖ່າຍທອດເຕັກໂນໂລຊີ, ເພີ່ມທະວີການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ…

        ສ່ວນທ່ານ Eric Hambly, ໄດ້ຢືນຢັນຄຳໝັ້ນສັນຍາຈະເພີ່ມທະວີການລົງທຶນຢູ່ ຫວຽດນາມ, ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການພັດທະນາຂະແໜງອຸດສາຫະກຳນ້ຳມັນອາຍແກັດ, ຖ່າຍທອດເຕັກໂນໂລຊີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

TAG
VOV/VOVworld/​ເຄື່ອນ​ໄຫວ​/ລົງ​ທຶນ/​ທຸ​ລະ​ກິດ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ