logo

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຫົວໜ້າຄະນະຜູ້ແທນບັນດາປະເທດທີ່ມາເຂົ້າຮ່ວມພິທີລົງນາມສົນທິສັນຍາ ຮ່າໂນ້ຍ

2025/10/26 | 07:41:10
(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ການເຂົ້າຮ່ວມຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນທີ່ເຫດການມີລັກສະນະທົ່ວໂລກນີ້ແມ່ນສິ່ງພິສູດຢ່າງມີຊີວິດຊີວາໃຫ້ແກ່ນ້ຳໃຈສາມັກຄີສາກົນ ເພື່ອພ້ອມກັນຮັບມືກັບສິ່ງທ້າທາຍລວມຂອງມວນມະນຸດ
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານພັກກອມມູນິດ ຫວຽດນາມ ຕ້ອນຮັບຫົວໜ້າບັນດາປະເທດ
(ພາບ: TTXVN)

ຕອນບ່າຍວັນທີ 25 ຕຸລາ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຫົວໜ້າບັນດາປະເທດທີ່ມາເຂົ້າຮ່ວມພິທີລົງນາມສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາ ຮ່າໂນ້ຍ) ແລະ ກອງປະຊຸມຂັ້ນສູງຂອງສະຫະປະຊາຊາດກ່ຽວກັບການຕ້ານອາດຊະຍາກຳທາງໄຊເບີ.

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ການເຂົ້າຮ່ວມຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນທີ່ເຫດການມີລັກສະນະທົ່ວໂລກນີ້ແມ່ນສິ່ງພິສູດຢ່າງມີຊີວິດຊີວາໃຫ້ແກ່ນ້ຳໃຈສາມັກຄີສາກົນ ເພື່ອພ້ອມກັນຮັບມືກັບສິ່ງທ້າທາຍລວມຂອງມວນມະນຸດ ແລະ ກໍ່ຢືນຢັນສາຍພົວພັນມິດຕະພາບ ແລະ ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ຫວຽດນາມ ແລະ ບັນດາປະເທດ, ຊົນເຜົ່າໃນໂລກ. ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດໃຫ້ສັດຕະຍາບັນເພື່ອໃຫ້ສົນທິສັນຍາມີຜົນບັງຄັບໃຊ້ໂດຍໄວ. ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາຈະພ້ອມກັບບັນດາປະເທດ, ອົງການຈັດຕັ້ງສາກົນຊຸກຍູ້ການຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນທາງໄຊເບີ ກໍຄືການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ.

ສ່ວນທ່ານາງ Ghada Waly, ຜູ້ອຳນວຍການຝ່າຍບໍລິຫານ ຫ້ອງການສະຫະປະຊາຊາດກ່ຽວກັບຢາເສບຕິດ ແລະ ອາດຊະຍາກຳ (UNODC) ຢືນຢັນຄຳໝັ້ນສັນຍາຈະຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການໜູນຊ່ວຍດ້ານເຕັກນິກ, ຍົກສູງກຳລັງຄວາມສາມາດ ແລະ ພິຈາລະນາສ້າງສູນບຳລຸງສ້າງກ່ຽວກັບອາດຊະຍາກຳໄຊເບີພາກພື້ນຢູ່ ຮ່າໂນ້ຍ.

TAG
VOV/VOVworld/ສັດ​ຕະ​ຍາ​ບັນ​/​ສົນ​ທິ​ສັນ​ຍາ​/ຜົນບັງຄັບໃຊ້

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ