logo

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບເອກອັກຄະລັດຖະທູດ ກຳປູເຈຍ ເຂົ້າຢ້ຽມອຳລາ

2026/1/15 | 09:05:30
(VOVWORLD) - ທ່ານເຊື່ອໝັ້ນວ່າ ເມື່ອກັບເມືອ ກຳປູເຈຍ, ທ່ານນາງຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາ, ເພີ່ມພູນຄູນສ້າງການພົວພັນຂອງ 2 ປະເທດ.
ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຕ້ອນຮັບທ່ານນາງ Chea Kimtha, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ກຳປູເຈຍ
(ພາບ: TTXVN)

        ຕອນບ່າຍວັນທີ 14 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Chea Kimtha, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ກຳປູເຈຍ, ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດ ນາງ Chea Kimtha ແລະ ສະຖານທູດ ກຳປູເຈຍ ໃນການຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການພັກ, ລັດ, ກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ເຊື່ອມຕໍ່ການພົບປະແລກປ່ຽນປະຊາຊົນຂອງ 2 ປະເທດ; ທ່ານເຊື່ອໝັ້ນວ່າ ເມື່ອກັບເມືອ ກຳປູເຈຍ, ທ່ານນາງຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາ, ເພີ່ມພູນຄູນສ້າງການພົວພັນຂອງ 2 ປະເທດ.

        ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ແລະ ກຳປູເຈຍ ລ້ວນແຕ່ມີເປົ້າໝາຍທີ່ຄ້າຍຄືກັນໃນການພັດທະນາ; ທ່ານສະເໜີໃຫ້ 2 ປະເທດຕ້ອງຍູ້ແຮງການເຊື່ອມຕໍ່ດ້ານພື້ນຖານໂຄງລ່າງ, ພັດທະນາພື້ນຖານໂຄງລ່າງການຄ້າຊາຍແດນ; ນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 20 ຕື້ USD ຄືເປົ້າໝາຍທີ່ໄດ້ວາງອອກໂດຍໄວ. ພ້ອມກັນນັ້ນ, 2 ປະເທດຕ້ອງສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ປັບປຸງການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຂອງ 2 ປະເທດ ແລະ ພາກພື້ນ.

TAG
VOV/VOVworld/ອົງ​ການ/​ພັກ/ລັດ/ກະ​ຊວງ/ຂ​ະ​ແໜງ​ການ/ທ້ອງ​ຖິ່ນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ