logo

ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ

2025/11/22 | 06:58:00
(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ ສ.ເກົາຫຼີ ສືບຕໍ່ຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະລົບສະໜອງທົ່ວໂລກຂອງບັນດາວິສາຫະກິດ ສ.ເກົາຫຼີ ຢ່າງເລິກເຊິ່ງກວ່າ
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານ Woo Won Shik ປະທານສະພາແຫ່ງຊາດ ສ.ເກົາຫຼີ
(ພາບ: TTXVN)

ຕອນບ່າຍວັນທີ 21 ພະຈິກ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ພົບປະສົນທະນາກັບ ທ່ານ Woo Won Shik ປະທານສະພາແຫ່ງຊາດ ສ.ເກົາຫຼີ ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ທີ່ການພົບປະສົນທະນາ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ ສ.ເກົາຫຼີ ສືບຕໍ່ຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະລົບສະໜອງທົ່ວໂລກຂອງບັນດາວິສາຫະກິດ ສ.ເກົາຫຼີ ຢ່າງເລິກເຊິ່ງກວ່າ; ທ່ານສະເໜີໃຫ້ 2 ຝ່າຍຫັນການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດີຈີຕອນ ກາຍເປັນເສົາຄ້ຳໃໝ່ໃນການພົວພັນ 2 ຝ່າຍ ໃຫ້ປະກົດຜົນເປັນຈິງ; ຊຸກຍູ້ການຮ່ວມມື, ສ້າງພື້ນຖານໂຄງລ່າງຫຼັກແຫຼ່ງ ຄື ປັນຍາປະດິດ (AI)…

ສ່ວນທ່ານປະທານສະພາແຫ່ງຊາດ Woo Won Shik ຢືນຢັນວ່າ ຈະໜູນຊ່ວຍ ຫວຽດນາມ ຈັດກອງປະຊຸມສຸດຍອດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ - APEC 2027 ໃຫ້ສຳເລັດຜົນ.

(ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ພົບປະສົນທະນາກັບທ່ານ ທ່ານ Woo Won Shik ປະທານສະພາແຫ່ງຊາດ ສ.ເກົາຫຼີ)

ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ກໍ່ໄດ້ດຳເນີນການພົບປະສົນທະນາກັບທ່ານ Woo Won Shik ປະທານສະພາແຫ່ງຊາດ ສ.ເກົາຫຼີ. ຢູ່ທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ 2 ຝ່າຍຕ້ອງສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ 2 ປະເທດ. ການນຳ 2 ທ່ານກໍ່ເຫັນດີສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ມານະພະຍາຍາມຊຸກຍູ້ວິວັດການສັນຕິພາບຢ່າງຍາວນານຢູ່ແຫຼມ ເກົາຫຼີ.

TAG
VOV/VOVworld/​ຂັ້ນ​ສູງ/ກະ​ຊວງ/ຂະ​ແໜງ​ການ/ທ້ອງ​ຖິ່ນ/ວິ​ສາ​ຫະ​ກິດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ