logo

ທ່ານ ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພົບ​ປະ​ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແຟງ​ລັງ Petteri Orpo

2025/10/22 | 12:51:51
(VOVWORLD) - ໃນຂອບເຂດການຢ້ຽມຢາມ ແຟງລັງ ຢ່າງເປັນທາງການ, ຕອນບ່າຍວັນທີ 21 ຕຸລາ, ຢູ່ສຳນັກງານສະພາແຫ່ງຊາດ ແຟງລັງ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ແຟງລັງ Petteri Orpo.
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ແຟງລັງ Petteri Orpo (ພາບ: TTXVN)

ນະທີ່ນີ້, ທ່ານເລຂາທິການໃຫຍ່ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະໃຫ້ການຮ່ວມມືກັບແຟງລັງ ຢ່າງແໜ້ນແຟ້ນ ໃນບັນດາເສົາຄ້ຳແກ່ນສານ ແລະ ເປັນຂົວຕໍ່, ຊຸກຍູ້ການຮ່ວມມື ຫວຽດນາມ - ສະຫະພາບເອີຣົບ (EU), ແຟງລັງ - ອາຊຽນ.

        ໂດຍເປັນຄູ່ຮ່ວມມືທາງການຄ້າທີ່ມີກຳລັງບົ່ມຊ້ອນຂອງ ຫວຽດນາມ ຢູ່ ເອີຣົບເໜືອ, ທ່ານເລຂາທິການໃຫຍ່ ສະເໜີໃຫ້ ແຟງລັງ ຮ່ວມມື, ແບ່ງປັນບົດຮຽນປະສົບການກັບ ຫວຽດນາມ ໃນການສ້າງພື້ນຖານເສດຖະກິດໝູນວຽນ; ສົ່ງເສີມບັນດາວິສາຫະກິດແຟງລັງຍູ້ແຮງການລົງທຶນເຂົ້າ ຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂະແໜງການທີ່ມີທ່າແຮງຂອງ ແຟງລັງ. ທ່ານເລຂາທິການໃຫຍ່ກໍສະເໜີໃຫ້ ແຟງລັງ ສະໜັບສະໜູນເລື່ອງຄະນະກຳມະການເອີຣົບ (EC) ຍົກເລີກ “ບັດເຫຼືອງ” ຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ ແລະ ປະຕິບັດຕາມຂໍ້ກຳນົດ (IUU) ສຳລັບສິນໃນນ້ຳສົ່ງອອກຂອງ ຫວຽດນາມ.

        ສ່ວນທ່ານນາຍົກລັດຖະມົນຕີ ແຟງລັງ Petteri Orpo ຢັ້ງຢືນວ່າ ລັດຖະບານ ແຟງລັງ ຈະສືບຕໍ່ສະໜັບສະໜູນການຊຸກຍູ້ການພົວພັນສອງຝ່າຍ, ດ້ວຍເນື້ອໃນຈຸດສຸມແມ່ນຍູ້ແຮງຂົງເຂດເສດຖະກິດ - ການຄ້າ - ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ພະລັງງານທົດແທນ, ຫັນເປັນດີຈີຕອນ, ນະວັດຕະກຳ, ສາທາລະນະສຸກ...

ວັນຫຽວ

      


TAG
VOV/VOVworld/ແຟ​ງ​ລັງ/ນາ​ຍົກ​ລັດ​ຖະ​ມົນ​ຕີ/ເລ​ຂາ​ທິ​ການ​ໃຫຍ່

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ