logo

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະສົນທະນາກັບ ກະສັດ ຈໍແດນ Abdullah II Ibn Al-Hussein

2025/11/13 | 09:04:11
(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ຖືວ່າ ດ້ວຍບັນດາຈຸດທີ່ຄ້າຍຄືກັນໃນນະໂຍບາຍສັນຕິພາບ, ເປັນເຈົ້າຕົນເອງ, ຮ່ວມມືພ້ອມກັນພັດທະນາ, ຫວຽດນາມ ແລະ ຈໍແດນ ຈະກາຍເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງກັນຢູ່ 2 ພາກພື້ນ
ທີ່ການພົບປະສົນທະນາ
(ພາບ: TTXVN)

ຕອນບ່າຍວັນທີ 12 ພະຈິກ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບກະສັດ ຈໍແດນ Abdullah II Ibn Al-Hussein, ເນື່ອງໃນໂອກາດກະສັດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ທີ່ການພົບປະສົນທະນາ, ທ່ານເລຂາທິການໃຫຍ່ ໂຕເລິມ ຖືວ່າ ດ້ວຍບັນດາຈຸດທີ່ຄ້າຍຄືກັນໃນນະໂຍບາຍສັນຕິພາບ, ເປັນເຈົ້າຕົນເອງ, ຮ່ວມມືພ້ອມກັນພັດທະນາ, ຫວຽດນາມ ແລະ ຈໍແດນ ຈະກາຍເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງກັນຢູ່ 2 ພາກພື້ນ, ເສີມຂະຫຍາຍທ່າແຮງຂອງກັນເພື່ອພ້ອມກັນບຸກທະລຸ ບືນຕົນຂຶ້ນໃນພາລະກິດພັດທະນາ. ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ຊົມເຊີຍເລື່ອງ ຈໍແດນ ສົ່ງຄະນະຜູ້ແທນວິສາຫະກິດຂອບຂະໜາດໃຫຍ່ໄປພ້ອມກະສັດໃນຄັ້ງນີ້, ປະກອບສ່ວນຍົກສູງປະສິດທິຜົນການຢ້ຽມຢາມຢ່າງແທດຈິງ.

ສ່ວນກະສັດ Abdullah II Ibn Al-Hussein ຢືນຢັນວ່າ ຈໍແດນ ປາດຖະໜາຢາກຊຸກຍູ້ການຮ່ວມມືຮອບດ້ານກັບ ຫວຽດນາມ, ໃນນັ້ນ ພິດເສດແມ່ນການຮ່ວມມືລະຫວ່າງຂົງເຂດເອກະຊົນ 2 ຝ່າຍ. ພ້ອມກັນນັ້ນ, ກະສັດ ກໍ່ປາດຖະໜາຢາກປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການແບ່ງປັນບົດຮຽນ ແລະ ຮ່ຳຮຽນເຊິ່ງກັນແລະກັນກ່ຽວກັບວິທະຍາສາດ - ເຕັກໂນໂລຊີໃຫ້ຫຼາຍກວ່າ, ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ.

TAG
VOV/VOVworld/ເສີມ​ຂະ​ຫຍາຍ/​ທ່າ​ແຮງ​/​ບຸກ​ທະ​ລຸ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ