logo

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະສົນທະນາກັບທ່ານນາງ Paula Risikko ຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດ ແຟງລັງ

2025/10/23 | 09:06:05
(VOVWORLD) - ການນຳ 2 ທ່ານໄດ້ເນັ້ນໜັກເຖິງບົດບາດຂອງລັດຖະສະພາ 2 ປະເທດ ໃນການໜູນຊ່ວຍຄວາມມານະພະຍາຍາມເພີ່ມທະວີການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນ
ທີ່ການພົບປະສົນທະນາ
(ພາບ: TTXVN)

        ທີ່ການພົບປະສົນທະນາ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ສະພາແຫ່ງຊາດ ແຟງລັງ ມີສຽງເວົ້າເພື່ອຊຸກຍູ້ 7 ປະເທດທີ່ຍັງເຫຼືອໃນສະຫະພາບ ເອີລົບ (ອີຢູ) ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ ອີຢູ ແລະ ແຟງລັງ ລົງທຶນເຂົ້າ ຫວຽດນາມ. ທ່ານກໍ່ປາດຖະໜາວ່າ ສະພາແຫ່ງຊາດ ແຟງລັງ ຈະຕັ້ງໜ້າຮັບຮູ້, ສະໜັບສະໜູນວິວັດທະນາການປັບປຸງການປະຕິບັດກົດໝາຍ ແລະ ຄວາມໂປ່ງໃສໃນການຂຸດຄົ້ນສິນໃນນ້ຳຂອງ ຫວຽດນາມ ຢູ່ບັນດາເວທີປາໄສລັດຖະສະພາ ເອີລົບ; ຊຸກຍູ້ຄະນະກຳມະການ ເອີລົບ ຍົກເລີກ “ບັດເຫຼືອງ” ສຳລັບສິນໃນນ້ຳທີ່ສົ່ງອອກຂອງ ຫວຽດນາມ ໂດຍໄວ.

        ການນຳ 2 ທ່ານໄດ້ເນັ້ນໜັກເຖິງບົດບາດຂອງລັດຖະສະພາ 2 ປະເທດ ໃນການໜູນຊ່ວຍຄວາມມານະພະຍາຍາມເພີ່ມທະວີການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນ; ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືລັດຖະສະພາ; ສ້າງເງື່ອນໄຂສະດວກແກ່ການເປີດກວ້າງການຮ່ວມມືໃນຫຼາຍຂົງເຂດເຊິ່ງ ແຟງລັງ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕ້ອນຮັບຄະນະການນຳສະມາຄົມມິດຕະພາບ ແຟງລັງ - ຫວຽດນາມ. ນີ້ກໍ່ແມ່ນການເຄື່ອນໄຫວສຸດທ້າຍຂອງຄະນະໃນການຢ້ຽມຢາມ ແຟງລັງ ຢ່າງເປັນທາງການ.

TAG
VOV/VOVworld/​ເສດ​ຖະ​ກິດ/ການ​ຄ້າ/ການ​ລົງ​ທຶນ/ເຫັນ​ດີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ