logo

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ແຕ່​ລະ​ຄົນ​ຕ້ອງ​ເປັນ​ຜູ້​ສົ່ງ​ແຫຼ່ງ​ບັນ​ດານ​ໃຈ

2025/12/26 | 09:12:16
(VOVWORLD) - ທ່ານ ໂຕເລິມ ເລຂາທິການໃຫຍ່ທິຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເນັ້ນໜັ້ກວ່າປະເທດພວມຢືນຢູ່ຕໍ່ໜ້າຈຸດເວລາທີ່ມີລັກສະນະປະຫວັດສາດເພື່ອສ້າງຜົນສຳເລັດໃໝ່, ຫັນຄວາມມຸ່ງຫວັງຂອງປະທານໂຮ່ຈີມິນໃຫ້ປະກົດຜົນເປັນຈິງໄວກວ່າເວລາໃດ. 
ທ່ານ ໂຕເລິມ ເລຂາທິການໃຫຍ່ທິຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ກ່າວຄຳເຫັນລາຍການ (ພາບ: VOV)

ຕອນຄ່ຳວັນທີ 25 ທັນວາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງໄດ້ປະສານສົມທົບກັບບັນດາອົງການທີ່ກ່ຽວຂ້ອງຈັດໂຄງການ “ໂຮ່ຈີມິນ - ວິວັດການແຫ່ງຄວາມມຸ່ງຫວັງປີ 2025” ດ້ວຍຫົວຂໍ້ ຫວຽດນາມຈະເລີນຮຸ່ງເຮືອງ. ໂຄງການເພື່ອແນໃສ່ເຊີດຊູບັນດາແບບຢ່າງດີເດັ່ນທົ່ວປະເທດໃນປີ 2025 ໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ແລະ ສະແດງໃຫ້ເຫັນສານລຸລ່ວງ ກ່ຽວກັບຄວາມມຸ່ງຫວັງກໍ່ສ້າງປະເທດຈະເລີນຮຸ່ງເຮືອງ, ມີຄວາມຜາສຸກໃນຍຸກສະໄໝໃໝ່.

ເຂົ້າຮ່ວມ ແລະ ກ່າວຄຳເຫັນນະທີ່ນີ້, ທ່ານ ໂຕເລິມ ເລຂາທິການໃຫຍ່ທິຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເນັ້ນໜັ້ກວ່າປະເທດພວມຢືນຢູ່ຕໍ່ໜ້າຈຸດເວລາທີ່ມີລັກສະນະປະຫວັດສາດເພື່ອສ້າງຜົນສຳເລັດໃໝ່, ຫັນຄວາມມຸ່ງຫວັງຂອງປະທານໂຮ່ຈີມິນໃຫ້ປະກົດຜົນເປັນຈິງໄວກວ່າເວລາໃດ. ດັ່ງນັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງທຸກຂັ້ນສືບຕໍ່ປຸກລຸກຈິດໃຈອົງອາດກ້າແກ່ນຢ່າງແຮງ, ນ້ຳໃຈຮັກຊາດຢ່າງຂ້ຽວຂາດ, ມີຄວາມຕັດສິນໃຈໃນການຮ່ຳຮຽນ, ປະຕິບັດຕາມປະທານໂຮ່ຈີມິນ ໃນທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ເພື່ອປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ແລະ ບັນດາແຜນນະໂຍບາຍຍຸດທະສາດ ຂອງພັກຢ່າງມີໄຊ. ທ່ານໃຫ້ຮູ້ວ່າ:

ພະນັກງານ, ສະມາຊິກພັກແຕ່ລະຄົນກ່ອນອື່ນໝົດຕ້ອງເປັນຜູ້ນຳໜ້າ, ເປັນແບບຢ່າງທີ່ດີດ້ວຍການກະທຳລະອຽດ, ໝາກຜົນທີ່ແທ້ຈິງ, ກາຍເປັນຜູ້ສົ່ງແຫຼ່ງບັນດານໃຈ, ປຸກລຸກຄວາມມຸ່ງຫວັງອະທິດສ່ວນໃນແຕ່ລະໝູ່ຄະນະ, ທ້ອງຖິ່ນ, ອົງການ,ຫົວໜ່ວຍ. ປະຊາຊົນ ຫວຽດນາມ ແຕ່ລະຄົນ ໄດ້ບືນຕົວຂຶ້ນເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງປະເທດຊາດ.

TAG
VOV/VOVworld/ພະ​ນັກ​ງານ/ສະ​ມາ​ຊິກ​ພັກ/​ແຫຼ່ງ​ບັນ​ດານ​ໃຈ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ