logo

ທ່ານເລຂາທິການໃຫຍ່ ໂຕເລິມ ສິ້ນສຸດການຢ້ຽມຢາມ ບຸນກາຣີ ຢ່າງເປັນທາງການ

2025/10/25 | 07:18:44
(VOVWORLD) - ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດສະໜາມບິນສາກົນ ໂນ້ຍບ່າຍ (ຮ່າໂນ້ຍ), ສິ້ນສຸດການຢ້ຽມຢາມທາງການ ສ.ບຸນກາຣີ
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງ ຫວຽດນາມ
(ພາບ: TTXVN)

ຕອນເຊົ້າວັນທີ 25 ຕຸລາ, ເຮືອບິນນຳສົ່ງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດສະໜາມບິນສາກົນ ໂນ້ຍບ່າຍ (ຮ່າໂນ້ຍ), ສິ້ນສຸດການຢ້ຽມຢາມທາງການ ສ.ບຸນກາຣີ ແຕ່ວັນທີ 22 – 24 ຕຸລາ ຢ່າງຈົບງາມ, ຕາມຄຳເຊີນຂອງ ທ່ານ Rumen Radev ປະທານາທິບໍດີ ບຸນກາຣີ.

ກ່ອນໜ້ານັ້ນ, ໃນຂອບເຂດການຢ້ຽມຢາມ, ຕອນບ່າຍວັນທີ 24 ຕຸລາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ດຳເນີນການພົບປະສົນທະນາກັບ ທ່ານ Rosen Zhelyazkov ນາຍົກລັດຖະມົນຕີ ບຸນກາຣີ. ຢູ່ທີ່ນີ້, ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ… 2 ຝ່າຍຢືນຢັນຈະສົມທົບກັບຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສາກົນ, ພິເສດແມ່ນໃນຂອບເຂດສະຫະປະຊາຊາດ ແລະ ອາຊຽນ - ອີຢູ.

ທີ່ການພົບປະສົນທະນາກັບ ທ່ານ Natalia Kiselova ປະທານສະພາແຫ່ງຊາດ ບຸນກາຣີ, ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືລັດຖະສະພາ; ຊຸກຍູ້ການຮ່ວມມືໃນຂົງເຂດທີ່ຫຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ສອດຄ່ອງກັບຄວາມຕ້ອງການພັດທະນາຂອງ 2 ປະເທດ.

TAG
VOV/VOVworld/​ເສດ​ຖະ​ກິດ/ການ​ຄ້າ/ການ​ລົງ​ທຶນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ