logo

ທ່ານເລຂາທິການໃຫຍ່ ໂຕເລິມ: ສືບຕໍ່ແກ້ໄຂຈຸດອຸດຕັນດ້ານລະບອບລະບຽບການ

2025/12/17 | 10:59:39
(VOVWORLD) - ການປະຕິບັດມະຕິເລກທີ 66 ໃນໄລຍະຜ່ານມາ ໄດ້ມີບາດກ້າວຫັນປ່ຽນຢ່າງເຫັນໄດ້ຊັດໃນການສ້າງ, ເຮັດສຳເລັດລະບອບລະບຽບການ, ກົດໝາຍໃຫ້ສົມບູນ, ຕອບສະໜອງຄວາມຮຽກຮ້ອງພັດທະນາປະເທດຊາດ, ແຕ່ນີ້ພຽງແຕ່ແມ່ນໝາກຜົນໃນເບື້ອງຕົ້ນ.
(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ວາລະປະຊຸມ)

ຕອນເຊົ້າວັນທີ 17 ທັນວາ, ຢູ່ສຳນັກງານສູນກາງພັກ, ໂດຍເປັນປະທານວາລະປະຊຸມຄັ້ງທີ 2 ຄະນະຊີ້ນຳສູນກາງກ່ຽວກັບການສ້າງລະບອບລະບຽບການ ແລະ ກົດໝາຍໃຫ້ສົມບູນແບບ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ຫົວໜ້າຄະນະຊີ້ນຳ ໄດ້ເນັ້ນໜັກວ່າ ຕ້ອງສືບຕໍ່ປະຕິຮູບລະບອບລະບຽບການຢ່າງແຮງ ຕາມເນື້ອໃນຈິດໃຈຂອງມະຕິເລກທີ 66 ຂອງກົມການເມືອງ.

ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າ ການປະຕິບັດມະຕິເລກທີ 66 ໃນໄລຍະຜ່ານມາ ໄດ້ມີບາດກ້າວຫັນປ່ຽນຢ່າງເຫັນໄດ້ຊັດໃນການສ້າງ, ເຮັດສຳເລັດລະບອບລະບຽບການ, ກົດໝາຍໃຫ້ສົມບູນ, ຕອບສະໜອງຄວາມຮຽກຮ້ອງພັດທະນາປະເທດຊາດ, ແຕ່ນີ້ພຽງແຕ່ແມ່ນໝາກຜົນໃນເບື້ອງຕົ້ນ.

“ເປົ້າໝາຍແມ່ນຕ້ອງອອກແບບລະບົບກົດໝາຍໂດຍສັງລວມໃຫ້ສົບບູນແບບ ມຸ່ງໄປເຖິງການສ້າງໂຄງປະກອບລະບົບກົດໝາຍໃຫ້ທັນສະໄໝ, ມີວິທະຍາສາດ, ເໝາະສົມ ລວບລວມບັນດາຂົງເຂດກົດໝາຍທີ່ຕ້ອງດັດປັບ ເພື່ອຮັບປະກັນໃຫ້ກະທັດລັດ, ຄົບຊຸດ, ມີລະບຽບຂັ້ນຕອນຜົນບັງຄັບໃຊ້ທາງນິຕິກຳຢ່າງຈະແຈ້ງ, ພິເສດແມ່ນເຂົ້າເຖິງປະຊາຊົນ ແລະ ວິສາຫະກິດໄດ້ຢ່າງງ່າຍ”.

ທ່ານເລຂາທິການໃຫຍ່ກໍ່ສະເໜີໃຫ້ສະພາແຫ່ງຊາດ, ລັດຖະບານ, ບັນດາຄະນະ, ກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ, ຮີບເຮັ່ງສ້າງເອກະສານໃຫ້ສົມບູນແບບ ເພື່ອຜັນຂະຫຍາຍກົດໝາຍ 51 ສະບັບ, ມະຕິເກນກຳນົດ 08 ສະບັບ ທີ່ຫາກໍ່ໄດ້ຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 15.

TAG
VOV/VOVworld/ສຳເລັດ/ລະ​ບອບ​/ລະ​ບຽບ​ການ/ກົດ​ໝາຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ