logo

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກອົງການພັກສູນກາງຄັ້ງທີ 1

2025/9/24 | 09:01:00
(VOVWORLD) - ການສັບຊ້ອນກົງຈັກຂອງລະບົບການເມືອງຊີ້ໃຫ້ເຫັນວ່າ ນີ້ແມ່ນແຜນນະໂຍບາຍສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງສູງທ່ີສຸດ.
(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່)

        ຕອນເຊົ້າວັນທີ 24 ກັນຍາ, ຢູ່ ຮ່າໂນ້ຍ ໄດ້ຈັດວາລະທາງການກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກບັນດາອົງການພັກສູນກາງຄັ້ງທີ 1, ອາຍຸການ 2025 – 2030. ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກເຖິງ 4 ກຳນົດທິດໃຫຍ່ເພື່ອໃຫ້ອົງຄະນະພັກສຸມໃສ່ຊີ້ນຳ, ນຳພາ ເພື່ອຍົກສູງຄຸນນະພາບວຽກງານເສນາທິການຍຸດທະສາດ, ຕອບສະໜອງຄວາມຮຽກຮ້ອງທີ່ນັບມື້ນັບສູງຂອງວຽກງານຊີ້ນຳ, ນຳພາຂອງສູນກາງພັກ ໃນສະພາບການໃໝ່.

“ຕ້ອງເອົາໃຈໃສ່ເປັນພິເສດເຖິງການຮັກສາ ແລະ ເສີມຂະຫຍາຍຄວາມສາມັກຄີ, ເປັນເອກະພາບພາຍໃນອົງຄະນະພັກ, ກວ້າງກວ່າແມ່ນຄວາມສາມັກຄີພາຍໃນພັກ, ເປັນເອກະພາບໃນທັງລະບົບການເມືອງ ແລະ ທົ່ວສັງຄົມ. ຖືການຮັກສາລະບຽບວິໄນເປັນສຳຄັນ, ເພີ່ມທະວີລັກສະນະຂາບຂູ່ ແລະ ປ້ອງກັນ, ສະກັດກັ້ນການກະທຳຜິດ. ບັນດາອົງການຂອງພັກຕ້ອງເປັນແບບຢ່າງນຳໜ້າໃນການປ້ອງກັນ, ຕ້ານການສໍ້າດບັງຫຼວງ, ສິ່ງຫຍໍ້ທໍ້, ຜົນປະໂຫຍດກຸ່ມ; ຕ້ອງຮັກສາກົງຈັກພັກໃຫ້ປອດໄສ, ກະທັດລັດ, ມີປະສິດທິພາບ, ປະສິດທິຜົນຢ່າງແທ້ຈິງ”.

        ບົດລາຍງານການເມືອງທີ່ສະເໜີຢູ່ກອງປະຊຸມໃຫຍ່ຊີ້ໃຫ້ເຫັນວ່າ, ນັບແຕ່ໄຕມາດທີ 4 ປີ 2024, ກົມການເມືອງ, ຄະນະເລຂາທິການ, ໃນໄລຍະສັ້ນໆໄດ້ຊີ້ນຳ, ນຳພາບັນດາອົງການພັກສູນກາງເປັນເສນາທິການ, ສົມທົບກັນເປັນເສນາທິການປະຕິບັດຫຼາຍໜ້າທີ່ສຳຄັນ, ມີລັກສະນະຍຸດທະສາດ, ບຸກທະລຸ, ມີຄວາມໝາຍປະຫວັດສາດ; ໂດຍສະເພາະແມ່ນໃນການສັບຊ້ອນກົງຈັກຂອງລະບົບການເມືອງຊີ້ໃຫ້ເຫັນວ່າ ນີ້ແມ່ນແຜນນະໂຍບາຍສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງສູງທ່ີສຸດ. ມາຮອດປະຈຸບັນ, ທົ່ວລະບົບການເມືອງໄດ້ປະຕິບັດສຳເລັດລື່ນກາຍຄວາມຄືບໜ້າ, ເປົ້າໝາຍທີ່ໄດ້ວາງອອກ ດ້ວຍປະລິມານວຽກງານທີ່ຫຼາຍ, ເຊິ່ງພະນັກງານ, ສະມາຊິກພັກ ແລະ ປະຊາຊົນພ້ອມກັນຫັນດີສະໜັບສະໜູນ, ຫາງສຽງສາກົນໄດ້ຕີລາຄາສູງ.

        ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການ, ເລຂາອົງຄະນະພັກບັນດາອົງການພັກສູນກາງ, ຢືນຢັນວ່າ:

        “ພວກເຮົາເຊື່ອໝັ້ນຢ່າງເລິກເຊິ່ງຕໍ່ບົດບາດເປັນເສນາທິການຍຸດທະສາດໃຫ້ແກ່ສູນກາງພັກ, ກົມການເມືອງ, ຄະນະເລຂາທິການສູນກາງພັກ ຈະຊີ້ນຳ, ພະນັກງານ, ສະມາຊິກພັກ, ພາລະກອນ, ລັດຖະກອນ, ຜູ້ອອກແຮງງານເສີມຂະຫຍາຍນ້ຳໃຈສາມັກຄີ, ຈົງຮັກພັກດີ, ສຸດຈິດສຸດໃຈ, ປະດິດຄິດສ້າງ, ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ, ຮ່ວມແຮງຮ່ວມໃຈພ້ອມກັບທົ່ວປະເທດ ປະຕິບັດຄວາມຄາດຫວັງສ້າງສາປະເທດຊາດໃຫ້ພັດທະນາຢ່າງວ່ອງໄວ, ຮັ່ງມີ, ເຂັ້ມແຂງ, ວັດທະນາຖາວອນ, ສີວິໄລ,  ຜາສຸກ”.

TAG
VOV/VOVworld/ຊີ້​ນຳ/ນຳ​ພາ​/​ພັກ/​ສູນ​ກາງ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ