logo

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກຕຳຫຼວດສູນກາງຄັ້ງທີ 8

2025/10/4 | 07:40:00
(VOVWORLD) - ອາຍຸການ 2025 – 2030, ກຳລັງຕຳຫຼວດຕ້ອງສຸມໃສ່ 5 ໜ້າທີ່ຈຸດສຸມ, ໃນນັ້ນຕ້ອງປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢ່າງໝັ້ນຄົງ, ສ້າງສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ມີວິໄນ, ປອດໄພ, ປອດໃສ.
(ທ່ານເລຂາທິການໃຫຍ່ ໂຕເລິມ  ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມໃຫຍ່)

        ຕອນເຊົ້າວັນທີ 04 ຕຸລາ, ຢູ່ ຮ່າໂນ້ຍ, ໄດ້ດຳເນີນວາລະທາງການກອງປະຊຸມໃຫຍ່ຄັ້ງທີ 8 ອົງຄະນະພັກຕຳຫຼວດສູນກາງ ອາຍຸການ 2025 – 2030. ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະ ຜູ້ແທນ 350 ທ່ານທີ່ຕາງໜ້າໃຫ້ສະມາຊິກພັກກວ່າ 67.000 ສະຫາຍໃນທົ່ວອົງຄະນະພັກຕຳຫຼວດສູນກາງ ເຂົ້າຮ່ວມ.

        ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີວ່າ ອາຍຸການ 2025 – 2030, ກຳລັງຕຳຫຼວດຕ້ອງສຸມໃສ່ 5 ໜ້າທີ່ຈຸດສຸມ, ໃນນັ້ນຕ້ອງປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢ່າງໝັ້ນຄົງ, ສ້າງສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ມີວິໄນ, ປອດໄພ, ປອດໃສ. ເປັນເຈົ້າການສະກັດກັ້ນບັນດາຮູບແບບລະເມີດຄວາມໝັ້ນຄົງແຫ່ງຊາດໃໝ່, ຄື: ຫຸ່ນຍົນບໍ່ມີຄົນຂັບ, ສົງຄາມອິນເຕີເນັດ…

        “ເພີ່ມທະວີກຳລັງຄວາມສາມາດທຸກດ້ານ ໃນການຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ເສີມຂະຫຍາຍກຳລັງແຮງດ້ານວິທະຍາສາດເຕັກໂນໂລຊີ, ໂດຍສະເພາະແມ່ນປັນຍາປະດິດກວນເຕີມ, ບັນດາເຕັກໂນໂລຊີຍຸດທະສາດໃນການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ. ເສີມຂະຫຍາຍເປັນຢ່າງສູງສຳລັບການພົວພັນຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນກ່ຽວກັບດ້ານຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍໃນການປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສຳລັບບັນດາຄູ່ຮ່ວມມື, ຍາດແຍ່ງແຫຼ່ງກຳລັງຢູ່ພາຍນອກຢ່າງສຸດຂີດເຂົ້າໃນການພັດທະນາ, ເພີ່ມທະວີການປະກອບສ່ວນໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະ ໃນໂລກ”.

TAG
VOV/VOVworld/ໝັ້ນ​ຄົງ/ສັງ​ຄົມ/​ລະ​ບຽບ​ຮຽບ​ຮ້ອຍ/ມີ​ວິ​ໄນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ