logo

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມພິທີອັດກອງປະຊຸມໃຫຍ່ອົງຄະນະພັກການທະຫານຄັ້ງທີ 12 ອາຍຸການ 2025 – 2030

2025/10/2 | 10:32:00
(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ, ຊີ້ແຈ້ງບັນດາແຜນນະໂນບາຍ, ລັດຖະນະໂຍບາຍເຊິ່ງພັກໄດ້ຮັບຮອງເອົາ ແມ່ນການກຳນົດທິດສຳຄັນເພື່ອໃຫ້ອົງຄະນະພັກການທະຫານ ແລະ ທົ່ວກອງທັບມານະພະຍາຍາມສ້າງອົງຄະນະພັກການທະຫານປອດໃສ, ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ
(ທ່ານເລຂາທິການໃຫຍ່ ໂຕເລິມ, ກ່າວຄຳເຫັນອັດກອງປະຊຸມ)

        ຕອນເຊົ້າວັນທີ 02 ຕຸລາ, ຢູ່ຫໍປະຊຸມກະຊວງປ້ອງກັນປະເທດ ຫວຽດນາມ, ທີ່ ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກການທະຫານຄັ້ງທີ 12 ອາຍຸການ 2025 – 2030 ໄດ້ປະຕິບັດສຳເລັດລາຍການທີ່ໄດ້ວາງອອກທັງໝົດ ພາຍຫຼັງເຮັດວຽກເປັນເວລາ 4 ວັນ ແລະ ຈັດພິທີອັດກອງປະຊຸມ. ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ເລຂາຄະນະພັກການທະຫານສູນກາງ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່. ເຂົ້າຮ່ວມຍັງມີທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ.

        ກ່າວຄຳເຫັນອັດກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ, ຊີ້ແຈ້ງບັນດາແຜນນະໂນບາຍ, ລັດຖະນະໂຍບາຍເຊິ່ງພັກໄດ້ຮັບຮອງເອົາ ແມ່ນການກຳນົດທິດສຳຄັນເພື່ອໃຫ້ອົງຄະນະພັກການທະຫານ ແລະ ທົ່ວກອງທັບມານະພະຍາຍາມສ້າງອົງຄະນະພັກການທະຫານປອດໃສ, ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ, ຍົກສູງກຳລັງແຮງດ້ານປ້ອງກັນຊາດ, ປົກປັກຮັກສາເອກະລາດ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດສັງຄົມນິຍົມ ຫວຽດນາມ ໄວ້ຢ່າງໝັ້ນຄົງ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ:

“ກອງປະຊຸມໃຫຍ່ໄດ້ເປີດໜ້າໃໝ່ໃນພາລະກິດແຫ່ງການສ້າງກອງທັບ ປັບປຸງການປ້ອງກັນຊາດປ້ອງກັນຄວາມສະຫງົບຕາມທິດທັນສະໄໝ ເພື່ອໃຫ້ກອງທັບຂອງພວກເຮົານັບມື້ນັບພັດທະນາຢ່າງເຂັ້ມແຂງ, ຍາມໃດກໍ່ແມ່ນກຳລັງການເມືອງ, ກຳລັງຕໍ່ສູ້ທີ່ຈົງຮັກພັກດີ, ມີຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນ, ເປັນແກ່ນສານຢ່າງໝັ້ນແກ່ນໃຫ້ແກ່ພື້ນຖານການປ້ອງກັນຊາດທົ່ວປວງຊົນ ແລະ ພາລະກິດປົກປັກຮັກສາປະເທດຊາດ.”

TAG
VOV/VOVworld/​ພັກ​ການ​ທະ​ຫານ​/ປອດ​ໃສ/ໝັ້ນ​ຄົງ/​ເຂ​ັ້ມ​ແຂງ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ