logo

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງເຂດປະສົມສາທາລະນະສຸກ - ສົ່ງເສີມສຸຂະພາບຜູ້ອາຍຸສູງ ມະຫາວິທະຍາໄລແພດສາດ ຮ່າໂນ້ຍ

2026/1/17 | 08:49:10
(VOVWORLD) - ພັກກອມມູນິດ ຫວຽດນາມ ຍາມໃດກໍ່ມີທັດສະນະຖືມະນຸດທັງເປັນເປົ້າໝາຍ, ທັງເປັນກຳລັງໜູນຂອງການພັດທະນາ
(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ພິທີ)

        ພິທີເລີ່ມລົງມືກໍ່ສ້າງເຂດປະສົມສາທາລະນະສຸກ - ສົ່ງເສີມສຸຂະພາບຜູ້ອາຍຸສູງ ມະຫາວິທະຍາໄລແພດສາດ ຮ່າໂນ້ຍ ຈັດຂຶ້ນໃນຕອນເຊົ້າວັນທີ 17 ມັງກອນ, ຢູ່ ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.

        ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າພັກກອມມູນິດ ຫວຽດນາມ ຍາມໃດກໍ່ມີທັດສະນະຖືມະນຸດທັງເປັນເປົ້າໝາຍ, ທັງເປັນກຳລັງໜູນຂອງການພັດທະນາ, ໃນນັ້ນ, ການສົ່ງເສີມສຸຂະພາບຂອງປະຊາຊົນແມ່ນໜ້າທີ່ການເມືອງຈຸດສຸມ, ລຸລ່ວງ.

        “ໂຄງການນີ້ແມ່ນເໝາະສົມ ແລະ ຫັນບັນດາແຜນນະໂຍບາຍໃຫຍ່ຂອງພັກ, ລັດກ່ຽວກັບການພັດທະນາວິທະຍາສາດ - ເຕັກໂນໂລຊີ, ການພັດທະນາເສດຖະກິດພາກເອກະຊົນ, ເພີ່ມທະວີການສົ່ງເສີມ ແລະ ຍົກສູງສຸຂະພາບຂອງປະຊາຊົນໃຫ້ເປັນອັນລະອຽດ. ໂຄງການສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຈິນຕະນາການພັດທະນາໄລຍະຍາວໃນຂົງເຂດສົ່ງເສີມສຸຂະພາບຂອງຜູ້ອາຍຸສູງ, ໃນນັ້ນ, ການເສົ່ງເສີມສຸຂະພາບຂອງຜູ້ມີອາຍຸສູງ ທັງແມ່ນເປົ້າໝາຍຮັບປະກັນຊີວິດສັງຄົມ, ທັງແມ່ນກຳລັງໜູນຊຸກຍູ້ການປ່ຽນແປງໃໝ່ຮູບແບບການບໍລິການສາທາລະນະສຸກ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ການນຳໃຊ້ວິທະຍາສາດ - ເຕັກໂນໂລຊີ”.

        ໄລຍະທີ 1 ຂອງໂຄງການຄາດວ່າຈະກໍ່ສ້າງສຳເລັດໃນປີ 2028, ມຸ່ງໄປເຖິງການກໍ່ສ້າງສຳເລັດທັງໝົດໃນປີ 2030.

TAG
VOV/VOVworld/​ພັດ​ທະ​ນ​າ/​ເສດ​ຖະ​ກິດ​/ເອ​ກະ​ຊົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ