logo

ທ່ານ ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ເສີມ​ຂະ​ຫຍາຍ​ບົດ​ບາດ​ປະ​ຈັນ​ບານ ແລະ ໜ້າ​ທີ່​ ​ສຳ​ຄັນເປັນ​ຢ່າງ​ຍິ່ງ​ ແລະ ເປັນ​ປະ​ຈຳ​ຂອງ​ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

2025/9/16 | 10:36:11
(VOVWORLD) - ຕອນຄ່ຳວັນທີ 15 ກັນຍາ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ເປັນປະທານການເຮັດວຽກກັບຄະນະພັກກະຊວງການຕ່າງປະເທດ ຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງ.
ທ່ານ ໂຕເລິມ ເລຂາທິການໃຫຍ່ ກ່າວຄຳເຫັນທີ່ການເຮັດວຽກ

ກ່າວຄຳເຫັນນະທີ່ນີ້, ທ່ານ ໂຕເລິມ ໄດ້ຢັ້ງຢືນທັດສະນະຊີ້ນຳຂອງພັກກ່ຽວກັບການຍູ້ແຮງການພົວພັນຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນ ແມ່ນໜ້າທີ່ “ສຳຄັນເປັນຢ່າງຍິ່ງ ແລະ ເປັນປະຈຳ”; ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການປະສານສົມທົບ 3 ເສົາຄ້ຳ ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ - ການພົວພັນຕ່າງປະເທດ. ທ່ານເລຂາທິການໃຫຍ່ ສະເໜີໃຫ້ອົງຄະນະພັກກະຊວງການຕ່າງປະເທດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນເປັນເຈົ້າການຜັນຂະຫຍາຍບັນດາໜ້າທີ່ພົວພັນຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນໃຫ້ຄົບຊຸດ, ມີປະສິດທິຜົນ. ພິເສດ, ສືບຕໍ່ກຳແໜ້ນສະພາບການ, ເພີ່ມທະວີຄຸນນະພາບ, ປະສິດທິຜົນ ແລະ ລັກສະນະທັນການຂອງວຽກງານຄົ້ນຄວ້າ, ເປັນເສນາທິການໃຫ້ການນຳພັກ ແລະ ລັດໃນບັນດານະໂຍບາຍຊີ້ຂາດ, ແຜນນະໂຍບາຍໃຫຍ່, ມີຄວາມສຳຄັນຍຸດທະສາດຂອງປະເທດຊາດໃຫ້ຫຼາຍກວ່າອີກ.

ບັນຍາກາດການເຮັດວຽກ

ທ່ານເລຂາທິການໃຫຍ່ ສະເໜີໃຫ້ທົ່ວຂະແໜງພົວພັນຕ່າງປະເທດ, ໃນນັ້ນມີການທູດ ສືບຕໍ່ເສີມຂະຫຍາຍບົດບາດປະຈັນບານໃນການສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຍາດແຍ່ງບັນດາແຫຼ່ງກຳລັງ ແລະ ເງື່ອນໄຂສະດວກຢູ່ພາຍນອກໃຫ້ໄດ້ຫຼາຍທີ່ສຸດເພື່ອພັດທະນາປະເທດຊາດ, ພິເສດແມ່ນເພື່ອຫັນບັນດາເປົ້າໝາຍພັດທະນາຮອດປີ 2030 ແລະ 2045 ໃຫ້ປະກົດຜົນເປັນຈິງ.


 

TAG
VOV/VOVworld/ພົວພັນຕ່າງປະເທດ/ກະ​ຊວງ​ການ​ຕ່າງ​ປະ​ເທດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ