logo

ທ່ານເລຂາທິການໃຫຍ່ ໂຕເລິມ ເຮັດວຽກຢູ່ແຂວງ ອານຢາງ

2025/11/20 | 11:46:31
(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ແຂວງ ອານຢາງ ຮັກສາຄວາມສາມັກຄີ, ຄວາມມີລະບຽບວິໄນເພື່ອສ້າງພື້ນຖານໃຫ້ແກ່ການພັດທະນາ
(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ)

        “ດ້ວຍທ່າແຮງກ່ຽວກັບເຂດທົ່ງພຽງ, ປ່າ ແລະ ທະເລ, ອານຢາງ ຕ້ອງສູ້ຊົນໃຫ້ກາຍເປັນແຂວງທີ່ດີພໍສົມຄວນຂອງທົ່ວປະເທດ, ແມ່ນສູນເສດຖະກິດທະເລແຫ່ງຊາດ”. ນີ້ແມ່ນຄຳເນັ້ນໜັກຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ທີ່ການເຮັດວຽກກັບຄະນະປະຈຳພັກແຂວງ ອານຢາງ ກ່ຽວກັບໝາກຜົນການປະຕິບັດໜ້າທີ່ການເມືອງໃນ 10 ເດືອນຜ່ານມາ ແລະ ການຜັນຂະຫຍາຍປະຕິບັດບັນດາມະຕິຈຸດສຸມບຸກທະລຸຂອງສູນກາງ, ທີ່ຈັດຂຶ້ນໃນຕອນບ່າຍວັນທີ 20 ພະຈິກ, ຢູ່ເຂດພິເສດ ຝູກວັກ, ແຂວງ ອານຢາງ.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ແຂວງ ອານຢາງ ຮັກສາຄວາມສາມັກຄີ, ຄວາມມີລະບຽບວິໄນເພື່ອສ້າງພື້ນຖານໃຫ້ແກ່ການພັດທະນາ; ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ, ຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບໃຫ້ບໍລິເວນເຂດຊາຍແດນ, ທະເລ, ໝູ່ເກາະມີທີ່ຕັ້ງຍຸດທະສາດ, ພ້ອມກັນນັ້ນ, ກໍ່ເສີມຂະຫຍາຍຈິດໃຈພັດທະນາວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ… ທ່ານເລຂາທິການໃຫຍ່ຊີ້ແຈ້ງວ່າ:

        “ພັດທະນາເສດຖະກິດທະເລ, ການທ່ອງທ່ຽວ ແລະ ການບໍລິການທັນສະໄໝ, ນະວັດຕະກຳຢ່າງແຮງ, ຖືເອົາເຂດພິເສດ ຝູກວັກ ແມ່ນຂົ້ວເຕີບໂຕບຸກທະລຸ, ຍູ້ແຮງການສ້າງພື້ນຖານໂຄງລ່າງຍຸດທະສາດຢ່າງຄົບຊຸດ ແລະ ເປີດກວ້າງເຂດພັດທະນາ. ອານຢາງ ຕ້ອງຕິດແທດກັບການວາງແຜນເຂດ ແລະ ແຫ່ງຊາດ, ສຸມໃສ່ລົງທຶນບັນດາເສັ້ນທາງຄົມມະນາຄົມເຊື່ອມຕໍ່ເຂດຫຼັກ, ເຂດທະເລ, ໝູ່ເກາະ ກັບນະຄອນ ໂຮ່ຈີມິນ, ເກີນເທີ, ກ່າເມົາ, ກຳປູເຈຍ ແລະ ບັນດາເສັ້ນທາງຂົນສົ່ງທາງທະເລສາກົນ”.

TAG
VOV/VOVworld/​ພັດ​ທະ​ນາ/ເພີ່ມ​ທະ​ວີ/ປ້ອງ​ກັນ​ຊາດ/ຄວາມ​ສະ​ຫງົບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ