logo

ທ່ານ ເລຂາທີການໃຫຍ່ ໂຕເລິມ ແລະ ພັນລະຍາ ສິ້ນສຸດ ການຢ້ຽມຢາມທາງການ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜື່ອ ຢ່າງຈົບງາມ

2025/10/31 | 08:55:25
(VOVWORLD) - ຂີດໝາຍອັນໂດດເດັ່ນຂອງການຢ້ຽມຢາມຄັ້ງນີ້ແມ່ນເລື່ອງ ຫວຽດນາມ ແລະ ອັງກິດ ເຫັນດີເປັນເອກກະພາບ ສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສາຍພົວພັນຂັ້ນສູງສູດໃນລະບົບຂອບເຂດຄູ່ຮ່ວມມືຂອງຫວຽດນາມ.
ທ່ານ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂຕເລິມ ແລະ ທ່ານ ນາຍົກລັດຖະມົນຕີ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ Keir starmer (ພາບ: VOV)

ຕ້ອນເຊົ້າວັນທີ 31 ຕຸລາ ເຮືອບິນຖ້ຽວພິເສດໄດ້ພາ ທ່ານ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຮອດນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດ ການຢ້ຽມຢາມທາງການ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ແຕ່ວັນທີ 28-30 ຕຸລາ ຕາມການເຊີນຂອງ ທ່ານ ນາຍົກລັດຖະມົນຕີ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ເຄຍ ສະຕາເມີ (Keir starmer)ຢ່າງຈົບງາມ.

ຂີດໝາຍອັນໂດດເດັ່ນຂອງການຢ້ຽມຢາມຄັ້ງນີ້ແມ່ນເລື່ອງ ຫວຽດນາມ ແລະ ອັງກິດ ເຫັນດີເປັນເອກກະພາບ ສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສາຍພົວພັນຂັ້ນສູງສູດໃນລະບົບຂອບເຂດຄູ່ຮ່ວມມືຂອງຫວຽດນາມ. ການຢ້ຽມຢາມຢ່າງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ເປັນທາງການຂອງ ທ່ານ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງຫວຽດນາມ ໃນຄັ້ງນີ້ແມ່ນດຳເນີນກົງກັບໂອກາດວັນຄົບຮອບ 15 ປີ ແຫ່ງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ (2010-2025), ນັ້ນແມ່ນຂີດໝາຍອັນສໍາຄັນ ເພື່ອສອງປະເທດພ້ອມກັນທົບທວນຄືນເສັ້ນທາງການຮ່ວມມືທີ່ຜ່ານມາ, ຕີລາຄາບັນດາຜົນສຳເລັດທີ່ໂດດເດັ່ນ, ພ້ອມກັບການວາງອອກວິໄສທັດ ແລະ ກຳນົດທິດພັດທະນາໃໝ່ໃຫ້ສາຍພົວພັນສອງຝ່າຍໃນໄລຍະຕໍ່ໄປ.

TAG
VOV/VOVworld/ຫວຽດ​ນາມ/ອັງ​ກິດ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ