logo

ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ແລະ ພັນ​ລະ​ຍາ ເດີນ​ທາງ​ໄປ​ຢ້ຽມ​ຢາມ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ອຽກ​ລັງ​ເໜືອ ຢ່າງ​ເປັນ​ທາງ​ການ

2025/10/28 | 09:18:40
(VOVWORLD) - ວັນທີ 28 ຕຸລາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານນາງ ໂງເຟືອງລີ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ຮ່າໂນ້ຍ ໄປຢ້ຽມຢາມ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຢ່າງເປັນທາງການ. ການຢ້ຽມຢາມດຳເນີນແຕ່ວັນທີ 28 – 30 ຕຸລາ.
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານນາງ ໂງເຟືອງລີ ພັນລະຍາ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານນາງ ໂງເຟືອງລີ ພັນລະຍາ (ພາບ: VOV)

ໂດຍໄດ້ຮັບຄຳເຊື້ອເຊີນຈາກ ທ່ານ Keir Starmer ນາຍົກລັດຖະມົນຕີແຫ່ງ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ, ວັນທີ 28 ຕຸລາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານນາງ ໂງເຟືອງລີ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ຮ່າໂນ້ຍ ໄປຢ້ຽມຢາມ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຢ່າງເປັນທາງການ. ການຢ້ຽມຢາມດຳເນີນແຕ່ວັນທີ 28 – 30 ຕຸລາ.

ຫວຽດນາມ ແລະ ລາຊະອານາຈັກ ອັງກິດ ໄດ້ສ້າງສາຍພົວພັນທາງການທູດ ເມື່ອວັນທີ 11 ກັນຍາ 1973 ແລະ ອັງກິດ ແມ່ນໜຶ່ງໃນບັນດາປະເທດຝ່າຍຕາເວັນຕົກທຳອິດ ທີ່ສ້າງຕັ້ງສາຍພົວພັນທາງການທູດກັບ ຫວຽດນາມ. ໃນຕະຫຼອດເຄິ່ງສະຕະວັດທີ່ຜ່ານມາ, ໄມຕີຈິດມິດຕະພາບ ແລະ ຄວາມຜູກພັນລະຫວ່າງປະຊາຊົນສອງປະເທດໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ພິເສດ, ການຢ້ຽມຢາມລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຄັ້ງນີ້ ໄດ້ດຳເນີນກົງກັບໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ລາຊະອານາຈັກອັງກິດ ແລະ ອຽກລັງເໜືອ (2010 – 2025) ຄົບຮອບ 15 ປີ, ແມ່ນຂີດໝາຍສຳຄັນເພື່ອໃຫ້ສອງປະເທດຫວນຄືນການຮ່ວມມືໃນໄລຍະຜ່ານມາ, ຕີລາຄາບັນດາຜົນງານທີ່ພົ້ນເດັ່ນ, ພ້ອມທັງວາງອອກວິໄສທັດ ແລະ ກຳນົດທິດພັດທະນາໃໝ່ໃຫ້ແກ່ການພົວພັນສອງຝ່າຍໃນໄລຍະຈະມາເຖິງ.


 

TAG
VOV/VOVworldລາຊະອານາຈັກອັງກິດ ແລະ ອຽກລັງເໜືອ/ເລ​ຂາ​ທິ​ການ​ໃຫຍ່ ແລະ ພັນ​ລະ​ຍາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ