logo

ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ ໃຫ້​ການ​ຕ້ອ​ນ​ຮັບ ​ເລ​ຂາ​ທິ​ການ​ໃຫຍ່ ພັກ​ກອມ​ມູ​ນິດ ອັງ​ກິດ

2025/10/30 | 08:37:07
(VOVWORLD) -ທ່ານ ໂຕເລິມເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ Robert Griffiths ພັກກອມມູນິດ ອັງກິດ (CPB).
ທ່ານ ໂຕເລິມເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານເລຂາທິການໃຫຍ່ Robert Griffiths ພັກກອມມູນິດ ອັງກິດ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ ສະຫະພັນ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຢ່າງເປັນທາງການ, ຕອນບ່າຍວັນທີ 29 ຕຸລາ, ຢູ່ນະຄອນຫຼວງ ລອນດອນ, ທ່ານ ໂຕເລິມເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ Robert Griffiths ພັກກອມມູນິດ ອັງກິດ (CPB). ທີ່ການຕ້ອນຮັບ, ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງພັກໃຫ້ຫຼາຍກ່ວາອີກ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີ ໃຫ້ສອງຝ່າຍພິຈາລະນາ ຄວາມອາດສາມາດຜັນຂະຫຍາຍບັນດາການເຄື່ອນໄຫວແລກປ່ຽນທິດສະດີ, ແບ່ງປັນຂໍ້ມູນກ່ຽວກັບສະພາບການ ແລະ ທັດສະນະຂອງແຕ່ລະພັກຕໍ່ບັນດາບັນຫາໃນພາກພື້ນ, ໂລກ ແລະ ບັນດາຫົວຂໍ້ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈກ່ວາອີກຢູ່ບັນດາເວທີປາໄສຂອງພັກການເມືອງ, ເປັນຕົ້ນແມ່ນການພົບປະສາກົນຂອງບັນດາພັກກອມມູນິດ ແລະ ກຳມະກອນ. ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ປາດຖະໜາຢາກໃຫ້ ພັກກອມມູນິດ ອັງກິດໜູນຊ່ວຍ, ສົມທົບກັນສຳຫຼວດກວດຄືນ, ສະສົມບັນດາຮ່ອງຮອຍກ່ຽວກັບປະທານໂຮ່ຈີມິນ ໃນໄລຍະເຄື່ອນໄຫວຢູ່ອັງກິດ, ນັບທັງບັນດາເອກະສານກ່ຽວກັບການສ້າງຕັ້ງພັກກອມມູນິດ ຫວຽດນາມ.

TAG
VOV/VOVworld/ຫວຽດ​ນາມ/ອັງ​ກິດ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ