logo

ທ່ານ​ໝໍ​ຫວຽດ ຢ້ຽມ​ຢາມ, ກວດ​ພະ​ຍາດ, ແຈກ​ຢາ​ໃຫ້​ປະ​ຊາ​ຊົນ​ລາວ

2022/6/6 | 07:47:00
(VOVWORLD) - ຄະນະແພດໝໍ ຫວຽດນາມ ກໍ່ໄດ້ມອບຂອງຂວັນ ໃຫ້ແກ່ຊາວຫວຽດນາມ ແລະ ຊາວລາວ 500 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກ, ຂອງຂວັນແຕ່ລະພູດມີມູນຄ່າ 1 ລ້ານດົ່ງ.
ທ່ານໝໍຫວຽດກວດພະຍາດ, ແຈກຢາໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ປະຊາຊົນລາວ (ພາບ: VOV)

ທ້າຍອາທິດຜ່ານມາ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນໂຮ່ຈີມິນ ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ລາວ, ສະມາຄົມຊາວຫວຽດນາມ ທີ່ນະຄອນຫຼວງວຽງຈັນ ຈັດຕັ້ງການກວດພະຍາດໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ປະຊາຊົນລາວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ນະຄອນຫຼວງວຽງຈັນ. ຄະນະແພດໝໍ ຫວຽດນາມ ກໍ່ໄດ້ມອບຂອງຂວັນ ໃຫ້ແກ່ຊາວຫວຽດນາມ ແລະ ຊາວລາວ 500 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກ, ຂອງຂວັນແຕ່ລະພູດມີມູນຄ່າ 1 ລ້ານດົ່ງ. ແພດການຢາ ກາວທິມິງຕວຽດ, ສະມາຊິກຄະນະແພດໝໍຄັ້ງນີ້ໃຫ້ຮູ້ວ່າ:

        ເມື່ອໄດ້ຮູ້ຂ່າວວ່າ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ເປັນຕົ້ນແມ່ນໃນຂົງເຂດການແພດ, ພວກຂ້າພະເຈົ້າສັບຊ້ອນວຽງງານເພື່ອຈົດທະບຽນເຂົ້າຮ່ວມ. ພວກຂ້າພະເຈົ້າເປີດຫ້ອງກວດຂະແໜງພາຍໃນ, ຂະແໜງການຢາພື້ນເມືອງ, ຂະແໜງຕາ, ການຢາ ແລະ ສົມທົບກັບຜູ້ອາສາສະໝັກໃນວຽກງານແປສາພາເພື່ອຮັບໃຊ້ໃຫ້ການກວດພະຍາດໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກໍ່ຄືປະຊາຊົນລາວປະສົບກັບຄວາມຫຍຸ້ງຍາກ.

        ການເຄື່ອນໄຫວເພື່ອການກຸສົນໂດຍສະໝັກໃຈຄັ້ງນີ້ ໄດ້ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບແຮກສ່ຽວລະຫວ່າງ ນະຄອນໂຮ່ຈີມິນ ແລະ ນະຄອນຫຼວງວຽງຈັນ.

TAG
VOV/VOVworld/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ