logo

ທຳ​ນຽບ​ຂາວ​ປະ​ກາດລາຍ​ລະ​ອຽດ​ຂໍ້​ຕົກ​ລົງ​ການ​ຄ້າ ອາ​ເມ​ລິ​ກາ - ຈີນ

2025/11/2 | 10:06:40
(VOVWORLD) - ອາເມລິກາ ຈະຫຼຸດ 10% ພາສີອາກອນສຳລັບສິນຄ້ານຳເຂົ້າຈາກ ຈີນ, ຜ່ານນັ້ນ ນຳອັດຕາພາສີທັງໝົດຂອງ ອາເມລິກາ ສຳລັບສິນຄ້າ ຈີນ ຈາກ 57% ຫຼຸດລົງເຫຼືອປະມານ 47%. 
ທ່ານປະທານາທິບໍດີ ອາເມລິກາ Donald Trump  ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ  ພົບກັນຢູ່ ສ. ເກົາຫຼີ ໃນວັນທີ 30 ຕຸລາ 2025 (ພາບ: REUTERS)

ວັນທີ 1 ພະຈິກ, ທຳນຽບຂາວປະກາດລາຍລະອຽດກ່ຽວກັບຂໍ້ຕົກລົງ ເຊິ່ງ ອາເມລິກາ ແລະ ຈີນ ຫາກໍ່ບັນລຸໄດ້ການພົບປະລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump  ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າລະຫວ່າງສອງພື້ນຖານເສດຖະກິດອັນດັບໜຶ່ງອັນດັບ 2 ໃນໂລກ.

        ຕາມແຈ້ງການຂອງທຳນຽບຂາວແລ້ວ, ອາເມລິກາ ຈະຫຼຸດ 10% ພາສີອາກອນສຳລັບສິນຄ້ານຳເຂົ້າຈາກ ຈີນ, ຜ່ານນັ້ນ ນຳອັດຕາພາສີທັງໝົດຂອງ ອາເມລິກາ ສຳລັບສິນຄ້າ ຈີນ ຈາກ 57% ຫຼຸດລົງເຫຼືອປະມານ 47%. ໄປຄຽງຄູ່ກັນນັ້ນ, ອາເມລິກາ ຈະຫຼຸດອັດຕາພາສີນຳເຂົ້າສຳລັບບັນດາປະເພດສິນຄ້າທີ່ກ່ຽວຂ້ອງເຖິງ fentanyl  ແຕ່ 20% ຫຼຸດລົງເຫຼືອ ພຽງ10%.

        ລັດຖະບານ ອາເມລິກາ ເຫັນດີເປັນເອກະພາບຢຸດ 1 ປີສຳລັບ “ບັນຊີລາຍຊື່ດຳ” ເປີດກວ້າງ ຂອງກະຊວງການຄ້າທີ່ຫ້າມບັນດາບໍລິສັດຊື້ສິນຄ້າເຕັກໂນໂລຢີ ອາເມລິກາ, ໃນນັ້ນ ມີອຸປະກອນຜະລິດເຄິ່ງຊັກນຳໄຟຟ້າ. ນອກຈາກນັ້ນ, ອາເມລິກາ ກໍຈະຢຸດໜຶ່ງປີສຳລັບບັນດາບ້ວງຄ່າທຳນຽບທ່າກ່ຳປັ່ນຫາກໍ່ຈັດວາງສຳລັບບັນດາກ່ຳປັ່ນໂດຍ ອາເມລິກາ ຕໍ່, ຖືເປັນກຳມະສິດ ແລະ ຖືທຸງຊາດປະເທດນີ້.

TAG
VOV/VOVworld/ພາ​ສີ​ອາ​ກອນ/ອາ​ເມ​ລິ​ກາ/ຈີນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ