logo

ທຳນຽບຂາວ “ແຂ່ງກັບເວລາ” ຕໍ່ຄວາມສ່ຽງທີ່ລັດຖະບານຈະປິດປະຕູ

2025/9/29 | 11:13:49
(VOVWORLD) - ສະພາບການຍິ່ງເຄັ່ງຕຶງຂຶ້ນເມື່ອສະພາແຫ່ງຊາດຍັງບໍ່ທັນຮັບຮອງເອົາຮ່າງກົດໝາຍວ່າດ້ວຍລາຍຈ່າຍໃດໃນຈຳນວນຮ່າງກົດໝາຍງົບປະມານ 12 ສະບັບສຳລັບປີການເງິນ 2026,

ວັນທີ 29 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຈັດການພົບປະກັບການນຳແຖວໜ້າຂອງສະພາແຫ່ງຊາດ 4 ທ່ານຢູ່ທຳນຽບຂາວ, ໃນສະພາບການກຳນົດເວລາໃຫ້ງົບປະມານພວມຈະໝົດເວລາ. ກອງປະຊຸມຈັດຂຶ້ນພາຍຫຼັງທີ່ທ່ານປະທານາທິບໍດີ Donald Trump ຍົກເລີກການພົບປະກ່ອນໜ້ານັ້ນກັບການນຳພັກປະຊາທິປະໄຕໃນວັນທີ 25 ກັນຍາ.

ສະພາບການຍິ່ງເຄັ່ງຕຶງຂຶ້ນເມື່ອສະພາແຫ່ງຊາດຍັງບໍ່ທັນຮັບຮອງເອົາຮ່າງກົດໝາຍວ່າດ້ວຍລາຍຈ່າຍໃດໃນຈຳນວນຮ່າງກົດໝາຍງົບປະມານ 12 ສະບັບສຳລັບປີການເງິນ 2026, ໃນຂະນະທີ່ເວລາກຳນົດສຸດທ້າຍແມ່ນ 30 ກັນຍາ ໃກ້ຈະມາຮອດ. ເຖິງວ່າ ສະພາຕ່ຳໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົາມະຕິລາຍຈ່າຍຊົ່ວຄາວໃນ 7 ອາທິດ, ແຕ່ສະພາສູງ, ພັກສາທາລະນະຍັງຕ້ອງການມີບັດເຫັນດີຈາກບັນດາສະມາຊິກລັດຖະສະພາສັງກັດພັກປະຊາທິປະໄຕອີກ 7 ບັດ ເພື່ອຜ່ານລະບຽບການທີ່ແກ່ຍາວເວລາ ແລະ ສະກັດກັ້ນເລື່ອງປະກາດໃຊ້ກົດໝາຍ. ຄາດວ່າ, ສະພາສູງຈະປ່ອນບັດກ່ຽວກັບຮ່າງກົດໝາຍໃນວັນທີ 30 ກັນຍາ, ກ່ອນຈຸດເວລາສຸດທ້າຍ 0 ໂມງວັນທີ 01 ຕຸລາ.

TAG
VOV/VOVworld/ຮ່າງ​ກົດ​ໝາຍ/ງົບ​ປະ​ມານ/​ປີ​ການ​ເງິນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ