logo

ນັກປະພັນວັນນະຄະດີ ຫງວຽນກວາງວິງ ເຊັນມອບປຶ້ມໃຫ້ທ່ານຜູ້ຟັງລາຍການພາກພາສາ ລາວ

2019/7/28 | 09:03:00
(VOVWORLD) - ຕອນເຊົ້າວັນທີ 28 ກໍລະກົດ, ທີ່ຮ່າໂນ້ຍ, ນັກປະພັນວັນນະຄະດີ ຫງວຽນກວາງວິງ - ຜູ້ແຕ່ງປຶ້ມເລື່ອງບັນທຶກວຽກງານ ແລະ ຊີວິດຂອງທ່ານ ທໍ່ຕູ້ ຢ່າໄຊຈູ ໄດ້ມີການພົບປະ ແລະ ແລກປ່ຽນກັບບັນດານັກຂ່າວ, ບັນນາທິການລາຍການພາກພາສາ ລາວ, ພະແນກບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ. 

ໂດຍໄດ້ຮັບຮູ້ມາວ່າ ມີທ່ານຜູ້ຟັງລາວຫລາຍຄົນ ຢາກໄດ້ປຶ້ມເລື່ອງຫົວດັ່ງກ່າວ, ສະນັ້ນ ນັກປະພັນ ຫງວຽນກວາງວິງ ຈຶ່ງໄດ້ເຊັນມອບປຶ້ມຫົວດັ່ງກ່າວນັ້ນ ໂດຍຜ່ານທາງລາຍການພາກພາສາລາວ ສົ່ງມອບໃຫ້ບັນດາທ່ານຜູ້ຟັງທີ່ມີຄວາມນິຍົມຊອກຮູ້ກ່ຽວກັບປຶ້ມເລື່ອງບັນທຶກວຽກງານ ແລະ ຊີວິດຂອງທ່ານ ທໍ່ຕູ້ ຢ່າໄຊຈູ.

 ນັກປະພັນວັນນະຄະດີ ຫງວຽນກວາງວິງ ເຊັນມອບປຶ້ມໃຫ້ທ່ານຜູ້ຟັງລາຍການພາກພາສາ ລາວ

ປຶ້ມກ່ຽວກັບທ່ານ ທໍ່ຕູ້ ຢ່າໄຊຈູ ແມ່ນໄດ້ເວົ້າເຖິງກ່ຽວກັບຊີວິດ ແລະ ບັນດາວິລະກຳທີ່ລືຊາຜາກົດຂອງທ່ານ ທໍ່ຕູ້ ຢ່າໄຊຈູ, ເປັນວິລະຊົນແຫ່ງຊາດຂອງປະເທດ ສປປ.ລາວ, ເປັນພໍ່ຂອງທ່ານນາງກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້. ປື້ມຫົວນີ້ ບໍ່ພຽງແຕ່ໄດ້ເລົ່າຄືນເຖິງຄວາມຈິງ, ຄວາມຄົບຖ້ວນສົມບູນ, ຊັດເຈນທັງໝົດຂອງຊີວິດ, ຄອບຄົວ ແລະ ວິລະກຳອັນສະຫງ່າງາມຂອງທ່ານ ທໍ່ຕູ້ ຢ່າໄຊຈູ ພ້ອມກັບບັນດາເພື່ອນຮ່ວມຮົບຂອງທ່ານເທົ່ານັ້ນ. ຫາກປຶ້ມຫົວນີ້ ຍັງໄດ້ພັນລະນາເຖິງນ້ຳໃຈອາລົມຈິດອັນສະໜິດແໜ້ນລະຫວ່າງທ່ານ ທໍ່ຕູ້ ຢ່າໄຊຈູ ແລະ ເພື່ອນມິດສະຫາຍກັບທະຫານອາສາສະໝັກ ຫວຽດນາມ ອີກດ້ວຍ.

ເນື່ອງໃນໂອກາດນີ້, ລາຍການພາກພາສາ ລາວ ຈະຈັດຕັ້ງການເສັງຕອບຄຳຖາມໃນເດືອນ ສິງຫາ ຈະມາເຖິງ ດ້ວຍຫົວຂໍ້ວ່າ ສະເຫຼີມສະຫຼອງ 57 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (05/09/1962 – 05/09/2019). ບັນດາທ່ານຜູ້ຟັງທີ່ ຕອບຖືກ ຈະໄດ້ຮັບປຶ້ມຫົວດັ່ງກ່າວ ແລະ ຂອງຂວັນຈາກລາຍການ.

TAG
VOV/VOVworld/ນັກປະພັນ/ຫງວຽນກວາງວິງ/ທ່ານຜູ້ຟັງ/ລາຍການພາກພາສາ ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ