logo

ນັກປະພັນວັນນະຄະດີ ຫວຽດນາມ 2 ທ່ານໄດ້ຮັບລາງວັນ ວັນນະຄະດີ ອາຊີຕາເວັນອອກສ່ຽງໃຕ້ 2024 – 2025

2025/12/17 | 07:31:07
(VOVWORLD) - ນັກປະພັນວັນນະຄະດີ  ຫງວຽນທາມທຽນເກ໊ ໄດ້ຮັບລາງວັນ ວັນນະຄະດີອາຊີຕາເວັນອອກສ່ຽງໃຕ້ ດ້ວຍເລື່ອງເສັ້ນ “ລະດູແລ້ງຢູ່ໃຕ້ຮົ່ມຕົ້ມໄມ້”, ນັກປະພັນວັນນະຄະດີ ນາງ ຟ້າມທິຊວັນບານ ເປັນກຽດຮັບລາງວັນດ້ວຍເລື່ອງສັ້ນ “ຢູ່ປາຍຟ້າ”.
(ທີ່ພິທີມອບລາງວັນ)

        ນັກປະພັນວັນນະຄະດີ ຫວຽດນາມ 2 ທ່ານແມ່ນ ທ່ານ ຫງວຽນທາມທຽນເກ໊ ແລະ ທ່ານນາງ ຟ້າມທິຊວັນບານ (ອີບານ) ໄດ້ຮັບການເຊີດຊູທີ່ພິທີມອບລາງວັນ ວັນນະຄະດີ ອາຊີຕາເວັນອອກສ່ຽງໃຕ້ (SEA Write Award)  2024 –2025 ທີ່ຈັດຂຶ້ນໃນຕອນຄ່ຳວັນທີ 16 ທັນວາ, ຢູ່ນະຄອນຫຼວງ ບາງກອກ, ໄທ. ເຫດການມີການເຂົ້າຮ່ວມຂອງນັກວັນນະຄະດີ, ນັກກະວີມາຈາກ 8 ປະເທດ ອາຊຽນ.

        ນັກປະພັນວັນນະຄະດີ  ຫງວຽນທາມທຽນເກ໊ ໄດ້ຮັບລາງວັນ ວັນນະຄະດີອາຊີຕາເວັນອອກສ່ຽງໃຕ້ ດ້ວຍເລື່ອງເສັ້ນ “ລະດູແລ້ງຢູ່ໃຕ້ຮົ່ມຕົ້ມໄມ້”, ນັກປະພັນວັນນະຄະດີ ນາງ ຟ້າມທິຊວັນບານ ເປັນກຽດຮັບລາງວັນດ້ວຍເລື່ອງສັ້ນ “ຢູ່ປາຍຟ້າ”.

        ນັກປະພັນວັນນະຄະດີ ຫງວຽນທາມທຽນເກ໊ ແມ່ນໜຶ່ງໃນຈຳນວນນັກວັນນະຄະດີ ຫວຽດນາມ ທີ່ໄດ້ຮັບການເຊີດຊູທີ່ພິທີມອບລາງວັນ SEA Write Award  2024 –2025, ໃຫ້ຮູ້ວ່າ:

        “ວັນນະຄະດີ ຫວຽດນາມ ແມ່ນໜຶ່ງໃນບັນດາພື້ຶ້ນຖານວັນນະຄະດີທີ່ເຂັ້ມແຂງຂອງກຸ່ມ, ມີຄວາມສະໜິດຕິດພັນຢ່າງໜັກແໜ້ນກັບການດຳລົງຊີວິດ. ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ນີ້ແມ່ນລາງວັນວັນນະຄະດີສູງທີ່ສຸດ. ສະມາຄົມນັກວັນນະຄະດີ ຫວຽດນາມ ໄດ້ມີການເລືອກເອົາບັນດາບົດປະພັນສົ່ງເຂົ້າຮ່ວມການເສັງໄດ້ເປັນຢ່າງດີ ແລະ ຍາມໃດກໍໄດ້ຮັບການຕີລາຄາສູງ.”

TAG
VOV/VOVworld/ລະ​ດູ​ແລ້ງ/​ຮົ່ມໄມ້/ວັນ​ນະ​ຄະ​ດີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ