logo

ນັກ​ຮ້ອງ ດຶກ​ຝຸກ ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ກການປະກວດ​ດົນ​ຕີ Intervision 2025

2025/9/21 | 11:16:00
(VOVWORLD) - ສິ່ງທີ່ໄດ້ສ້າງຄວາມສົນໃຈເປັນພິເສດໃນລາຍການຂອງນັກຮ້ອງ ດຶກຝຸກ ແມ່ນຄວາມເຂັ້ມຂຸ້ນສີສັນ ຫວຽດນາມ, ຫັນເວທີສາກົນກາຍເປັນພາບພົດທີ່ມີຊີວິດຊີວາກ່ຽວກັບປະຫວັດສາດ ແລະ ວັດທະນະທຳຂອງຊາດ ຫວຽດນາມ.
ດ້ວຍໄຊຊະນນີ້, ນັກຮ້ອງ ດຶກຝູກ ບໍ່ພຽງແຕ່ຄວ້າໄດ້ຂັນອັນສູງສົ່ງເທົ່ານັ້ນ ຫາກຍັງປະກອບສ່ວນຢັ້ງຢືນກຳລັງດູດດື່ມຂອງດົນຕີ ຫວຽດນາມ ໃນແຜນທີ່ໂລກອີກດ້ວຍ.

ລາຍການສະແດງສົມທົບລະຫວ່າງດົນຕີພື້ນເມືອງ ກັບ ຣາບ ຂອງນັກຮ້ອງດຶກຝຶກໃນບົດເພງ “ຝູ່ດົງທຽນເວືອງ” ໄດ້ຮັບການຕີລາຄາສູງຈາກຄະນະກຳມະການສາກົນ, ຊ່ວຍໃຫ້ນັກຮ້ອງຊາຍຄົນນີ້ບັນລຸ 422 ຄະແນນ, ຄວ້າໄດ້ລາງວັນທີ 1 ໃນການປະກວດດົນຕີສາກົນ Intervision 2025, ໄດ້ດຳເນີນໃນຕອນຄ່ຳວັນທີ 20 ກັນຍາ, ຕາມເວລາທ້ອງຖິ່ນ, ຢູ່ສະໜາມກິລາ Live Arena, ຢູ່ຊານເມືອງ ມົດສະກູ, ລັດເຊຍ.

ສິ່ງທີ່ໄດ້ສ້າງຄວາມສົນໃຈເປັນພິເສດໃນລາຍການຂອງນັກຮ້ອງ ດຶກຝຸກ ແມ່ນຄວາມເຂັ້ມຂຸ້ນສີສັນ ຫວຽດນາມ, ຫັນເວທີສາກົນກາຍເປັນພາບພົດທີ່ມີຊີວິດຊີວາກ່ຽວກັບປະຫວັດສາດ ແລະ ວັດທະນະທຳຂອງຊາດ ຫວຽດນາມ. ລາຍການ “ຝູ່ດົງທຽນເວືອງ”, ໂດຍນັກດົນຕີ ໂຮ່ຮວ່າຍແອັງ ແຕ່ງ ໄດ້ເລີ່ມມາຈາກແຫຼ່ງບັນດານໃຈຈາກເທບນິຍາຍ ນັກວິລະຊົນ ແທັງຢອັງ ຕີຊະນະສັດຕູ ຜູ້ທີ່ມີຊື່ສຽງຂອງ ຫວຽດນາມ. ຈຸດເນັ້ນໜັກຂອງລາຍການແມ່ນສ່ວນຫຼາຍບົດເພງໄດ້ຮ້ອງດ້ວຍພາສາ ຫວຽດ ແລະ ມີການສະຫຼັບກັບພາສາອັງກິດຈຳນວນໜຶ່ງເພື່ອແນະນຳຫົວຂໍ້, ອັນໄດ້ຮັບການຕີລາຄາສູງຈາກຜູ້ຊົມສາກົນ.

ດ້ວຍໄຊຊະນນີ້, ນັກຮ້ອງ ດຶກຝູກ ບໍ່ພຽງແຕ່ຄວ້າໄດ້ຂັນອັນສູງສົ່ງເທົ່ານັ້ນ ຫາກຍັງປະກອບສ່ວນຢັ້ງຢືນກຳລັງດູດດື່ມຂອງດົນຕີ ຫວຽດນາມ ໃນແຜນທີ່ໂລກອີກດ້ວຍ.

TAG
VOV/VOVworld/ນັກຮ້ອງ ດຶກຝູກ/ບົດເພງ “ຝູ່ດົງທຽນເວືອງ”

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ