logo

ນັກ​ຮຽນ ຫວຽດ​ນາມ ຄວ້າ​ໄດ້​ລາງວັນ​ທີ 2 ໃນ​ການ​ເສັງ​ຂຽນ​ຈົດ​ໝາຍ​ສາ​ກົນ UPU ຄ​ັ້ງ​ທີ 54 ປີ 2025

2025/9/20 | 09:02:09
(VOVWORLD) - ການເສັງຂຽນຈົດໝາຍສາກົນ UPU ຄັ້ງທີ 54 (ປີ 2025) ດຶງດູດຜູ້ເຂົ້າຮ່ວມກວ່າ 1,6 ລ້ານຄົນ ທີ່ມາຈາກ 65 ປະເທດໃນໂລກ.
ນ້ອງ ຟ້າມດວ່ານມິງເຄວ, ຮຽນຫ້ອງ ປໍ5 ໂຮງຮຽນມັດຖະຍົມຕອນປາຍ ເລກຸຍດົນ, ເມືອງ ເຊີນຈາ, ນະຄອນ ດ່າໜັງ ຄວ້າໄດ້ລາງວັນທີ 2 (ພາບ: VGP)

ຈົດໝາຍເຂົ້າຮ່ວມການເສັງຂຽນຈົດໝາຍສາກົນ (UPU) ຄັ້ງທີ 54 (ປີ 2025) ຂອງນ້ອງ ຟ້າມດວ່ານມິງເຄວ, ຮຽນຫ້ອງ ປໍ5 ໂຮງຮຽນມັດຖະຍົມຕອນປາຍ ເລກຸຍດົນ, ເມືອງ ເຊີນຈາ, ນະຄອນ ດ່າໜັງ ຄວ້າໄດ້ລາງວັນທີ 2 ສາກົນ. ຂໍມູນດັ່ງກ່າວໂດຍ ສະຫະພັນໄປສະນີໂລກ (UPU) ປະກາດໃນຂອບເຂດພິທີປິດ ກອງປະຊຸມໃຫຍ່ໄປສະນີໂລກຄັ້ງທີ 28, ຢູ່ Dubai, ສະຫະລັດ ອາຣັບ ເອມມີເລດ ຈັດຂຶ້ນໃນວັນທີ 19 ກັນຍາ. ການເສັງຂຽນຈົດໝາຍສາກົນ UPU ຄັ້ງທີ 54 (ປີ 2025) ດຶງດູດຜູ້ເຂົ້າຮ່ວມກວ່າ 1,6 ລ້ານຄົນ ທີ່ມາຈາກ 65 ປະເທດໃນໂລກ. ລາງວັນທີ 1 ໄດ້ແກ່ນັກສຶກສາ ຕວັກກີ. ຜູ້ຕາງໜ້າ Burkina Faso ຄວ້າໄດ້ລາງວັນທີ 3 ໃນການເສັງດັ່ງກ່າວ.

        ນີ້ແມ່ນຄັ້ງທີ 19 ທີ່ ຫວຽດນາມ ມີນັກຮຽນຄວ້າໄດ້ລາງວັນສາກົນໃນການເສັງຂຽນຈົດໝາຍສາກົນ UPU ພາຍຫຼັງທີ່ເຂົ້າຮ່ວມມາໄດ້ 37 ປີ.


TAG
VOV/VOVworld/ການເສັງຂຽນຈົດໝາຍສາກົນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ