logo

ນະຄອນ Ho Chi Minh ຈັດການພົບປະສັງສັນກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ.

2012/4/25 | 09:44:55
, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ Ho Chi Minh ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ກັບບັນດາ​ອົງການ​ບໍ່ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ປີ 2012 ​ເພື່ອ​ແບ່ງປັນ​ບົດຮຽນ​ການ​ເຄື່ອນ​ໄຫວ ​ແລະ ໝາກຜົນ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ເຂົ້າຮ່ວມ​ວິວັດ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ນະຄອນ

ການພົບປະສັງສັນກັບບັນດາອົງການບໍ່ຂຶ້ນກັບລັດຖະບານ

(vovworld) -  ວັນ​ທີ 24/4, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ Ho Chi Minh ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ກັບບັນດາ​ອົງການ​ບໍ່ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ປີ 2012 ​ເພື່ອ​ແບ່ງປັນ​ບົດຮຽນ​ການ​ເຄື່ອນ​ໄຫວ ​ແລະ ໝາກຜົນ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ເຂົ້າຮ່ວມ​ວິວັດ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ນະຄອນ. ​ໄລ່​ມາຮອດ​ປະຈຸ​ບັນ, ຢູ່ ນະຄອນ Ho Chi Minh ມີ 151 ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ມີ​ຫນັງສື​ອະນຸຍາດ​ເຄື່ອນ​ໄຫວ. ສະ​ເພາະ​ໄຕ​ມາ 1 ນະຄອນ​ໄດ້​ເຊັນ​ອະນຸມັດ 5 ​ໂຄງການ ​ແລະ ອະນຸຍາດ​ໃຫ້​ຮັບ​ເອົາການຊ່ວຍ​ເຫລືອ​ຂອງ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ 26 ງວດ​ຊຶ່ງລວ​ມມີ: ອຸປະກອນ​ການ​ແພດ, ການ​ສຶກສາ ​ແລະ ​ເບິ່ງ​ແຍງ​ດູ​ແລ​ເດັກນ້ອຍ. ທ່ານ Le Hung Quoc ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ Ho Chi Minh ​ໃຫ້​ຮູ້​ວ່າ:

“ພວກ​ຂ້າພະ​ເຈົ້າ​ຊອກ​ໄດ້​ສຽງ​ເວົ້າ​ລວມ​ເພື່ອ​ຂົນຂວາຍ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຊ່ວຍ​ເຫລືອ​ຈຳນວນ​ເງິນ​ຫລາຍ​ພໍ​ສົມຄວນ. ພວກ​ເຮົາ​ເຂົ້າ​ໃຈ​ໄດ້​ວ່າ: ສຳລັບ​ພໍ່​ແມ່​ປະຊາຊົນ​ທີ່​ທຸກ​ຍາກ, ​ເດັກນ້ອຍ​ບໍ່​ມີ​ເງື່ອນ​ໄຂ​ໄປ​ໂຮງຮຽນ ຫລື ຄອບຄົວ​ທຸກ​ຍາກ​ບໍ່​ມີ​ເຮືອນ​ຢູ່, ການ​ຊ່ວຍ​ເຫລືອ​ຂອງ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ສາມາດຊ່ວຍ​ເຂົາ​ເຈົ້າໄດ້​ສ່ວນ​ໃດ​ສ່ວນ​ຫນຶ່ງ​​. ຂ້າພະ​ເຈົ້າ​ຖື​ວ່າ: ວຽກ​ງານ​ສັງຄົມ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຢ່າງໃຫຍ່​ຫລວງ​ຈາກ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ.”

TAG
ບໍ່ຂຶ້ນກັບລັດຖະບານ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ