logo

ນະ​ຄອນຫຼວງ ຍີ່​ປຸ່ນ ຮັກ​ສາ​ມາມ​ມະ​ຍົດ​ນະ​ຄອນ​ໃຫຍ່​ດີ​ທີ່​ສຸດ​ໃນ​ໂລກ

2025/10/10 | 11:14:40
(VOVWORLD) - ນະຄອນຫຼວງ ໂຕກຽວ ຂອງ ຍີ່ປຸ່ນ ໄດ້ຮັບການຈັດອັນດັບວ່າແມ່ນນະຄອນໃຫຍ່ດີທີ່ສຸດໃນໂລກໃນປີທີ 2 ຢ່າງລຽນຕິດ, ປັບປຸງທີ່ຕັ້ງຂອງ “ປະເທດຕາເວັນຂຶ້ນ” ຄືດັ່ງປະເທດມະຫາອຳນາດດ້ານການທ່ອງທ່ຽວທົ່ວໂລກ. 
 ເລື່ອງ ໂຕກຽວ ໄດ້ຮັບການຮັບຮອງຢູ່ອັນດັບສູງໃນ 2 ປີຢ່າງລຽນຕິດນັ້ນ ໄດ້ສ່ອງແສງໃຫ້ເຫັນກຳລັງດູດດື່ມຫຼາຍຮູບຫຼາຍແບບ ແລະ ກຳລັງບົ່ມຊ້ອນພັດທະນາຂອງນະຄອນ.  (ພາບ: TTXVN)

ນີ້ແມ່ນໝາກຜົນທີ່ໄດ້ຮັບການຄັດເລືອກຈາກຜູ້ອ່ານ 757.000 ຄົນ ໃນການສຳຫຼວດຄັ້ງຫຼ້າສຸດ ແນໃສ່ຮັບໃຊ້ໃຫ້ແກ່ລາງວັນຜູ້ອ່ານນິຍົມເລືອກປີ 2025 ຂອງວາລະສານ Condé Nast Traveler. ນີ້ແມ່ນວາລະສານທີ່ສະໜອງຂໍ້ມູນກ່ຽວກັບການທ່ອງທ່ຽວຫຼູຫຼາ, ໂຮງແຮມ, ພັດທະຄານ ແລະ ບັນດາຫົວຂໍ້ທີ່ກ່ຽວຂ້ອງອື່ນ.

        ເມື່ອແບ່ງປັນກ່ຽວກັບໝາກຜົນນີ້, ທ່ານນາງ Yuriko Koike ເຈົ້າຄອງນະຄອນຫຼວງ ໂຕກຽວ, ຢັ້ງຢືນວ່າ ເລື່ອງ ໂຕກຽວ ໄດ້ຮັບການຮັບຮອງຢູ່ອັນດັບສູງໃນ 2 ປີຢ່າງລຽນຕິດນັ້ນ ໄດ້ສ່ອງແສງໃຫ້ເຫັນກຳລັງດູດດື່ມຫຼາຍຮູບຫຼາຍແບບ ແລະ ກຳລັງບົ່ມຊ້ອນພັດທະນາຂອງນະຄອນ. ທ່ານນາງ Koike ຖືວ່າ ການປະສານສົມທົບຢ່າງກົມກຽວລະຫວ່າງວັດທະນະທຳທີ່ເປັນມູນເຊື້ອ ແລະ ທັນສະໄໝຂອງ ໂຕກຽວ ແມ່ນ “ລູກກຸນແຈ” ສ້າງທີ່ຕັ້ງສາກົນໃຫ້ແກ່ນະຄອນນີ້.

        ໃນຕາຕະລາງຈັດອັນດັບ 10 ນະຄອນໃຫຍ່ແຖວໜ້າໂລກ (ບໍ່ລວມບັນດານະຄອນຂອງ ອາເມລິກາ), ເມືອງເກົ່າ ໂຕກຽວຂອງ ຍີ່ປຸ່ນ ຢືນອັນດັບທີ 2, ຖັດມາແມ່ນ Cape Town (ອາຟະລິກາໃຕ້), ສິງກະໂປ ແລະ ເຊີອຸນ (ສ.ເກົາຫຼີ).


TAG
VOV/VOVworld/ນະ​ຄອນຫຼວງ ໂຕ​ກຽວ/ວາລະສານ Condé Nast Traveler.

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ