logo

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

2025/9/12 | 10:22:23
(VOVWORLD) - ນະຄອນ ໂຮ່ຈີມິນ, ດ້ວຍຖານະເປັນສູນເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນແຖວໜ້າຂອງ ຫວຽດນາມ, ຈະແມ່ນໜຶ່ງໃນບັນດາຈຸດສຸມຜັນຂະຫຍາຍບັນດາແຜນການຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ອົດສະຕາລີ. 
ບັນຍາກາດການພົບປະ (ພາບ: plo.vn)

ນະຄອນ ໂຮ່ຈີມິນ ກຽມພ້ອມຍົກລະດັບການພົວພັນຮ່ວມມືກັບບັນດາທ້ອງຖິ່ນຂອງ ອົດສະຕາລີ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານ ເຈິ່ນລຶວກວາງ ເລຂາຄະນະພັກນະຄອນ ໂຮ່ຈີມິນ ຂອງ ຫວຽດນາມ ໃນການພົບປະກັບທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ ແລະ ສາມີ, ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 12 ກັນຍາ ຢູ່ນະຄອນ ໂຮ່ຈີມິນ.

        ທ່ານເຈິ່ນລຶວກວາງ ໃຫ້ຮູ້ວ່າ ນະຄອນ ໂຮ່ຈີມິນ, ດ້ວຍຖານະເປັນສູນເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນແຖວໜ້າຂອງ ຫວຽດນາມ, ຈະແມ່ນໜຶ່ງໃນບັນດາຈຸດສຸມຜັນຂະຫຍາຍບັນດາແຜນການຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ອົດສະຕາລີ. ທ່ານເນັ້ນໜັກວ່າ ພາຍຫຼັງທີ່ໂຮມແຂວງ ບ່າເຣ້ຍ - ຫວູງເຕົາ ແລະ ບິ່ງເຢືອງ ເຂົ້ານະຄອນ ໂຮ່ຈີມິນ, ປັດຈຸບັນ, ນະຄອນນີ້ຍິ່ງມີຫຼາຍກຳລັງບົ່ມຊ້ອນເພື່ອສືບຕໍ່ພັດທະນາການພົວພັນຮ່ວມມືກັບທ້ອງຖິ່ນຕ່າງໆຂອງ ອົດສະຕາລີ, ການນຳນະຄອນ ໂຮ່ຈີມິນ ປາດຖະໜາວ່າ ອົດສະຕາລີ ຈະສືບຕໍ່ຊ່ວຍເຫຼືອ, ຮ່ວມມືຢ່າງມີປະສິດທິຜົນ ຊ່ວຍນະຄອນສືບຕໍ່ພັດທະນາຢ່າງຂະຫຍັນຂັນເຄື່ອນໃນອະນາຄົດ.

        ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ ມີຄວາມປາດຖະໜາວ່າ ອົດສະຕາລີ ຈະສືບຕໍ່ຮັບນັກສຶກສາ ແລະ ນັກຮຽນຮູ້ ຫວຽດນາມ ມາຮ່ຳຮຽນ, ບຳລຸງວິຊາຊີບເພື່ອກາຍເປັນແຫຼ່ງກຳລັງປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ…

TAG
VOV/VOVworld/ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕາລີ/ນະ​ຄອນ ໂຮ່​ຈີ​ມິນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ