logo

ນະ​ຄອນ ໂຮ່​ຈີ​ມິນ ຍູ້​ແຮງ​ການ​ຕ້ານ​ການ​ຂຸດ​ຄົ້ນ IUU ແລະ ພັດ​ທະ​ນາ​ການ​ປູກ​ລ້ຽງ​ສິນ​ທະ​ເລ​ນຳ​ໃຊ້​ເຕັດ​ໂນ​ໂລ​ຢີ​ສູງ

2025/11/16 | 14:01:52

(VOVWORLD) - ກ່ຽວກັບການພັດທະນາເສດຖະກິດທະເລຕິດພັນກັບການປົກປັກຮັກສາອະທິປະໄຕ, ສະມາຄົມສົ່ງເສີມສະມາຊິກເຂົ້າຮ່ວມບັນດາກຸ່ມຂຸດຄົ້ນ, ສະໜອງການບໍລິການພະລາທິການອາຊີບຫາປາຢູ່ທະເລ, ທັງຍົກສູງປະສິດທິຜົນໃນການຫາປາທັງປະກອບສ່ວນເຂົ້າໃນການປົກປ້ອງເຂດທະເລຂອງປະເທດຊາດ.



ສະມາຄົມສິນໃນນ້ຳນະຄອນ ໂຮ່ຈີມິນ ເປີດຕົວຄະນະບໍລິຫານງານອາຍຸການ 2025 – 2030 (ພາບ: nongnghiepmoitruong.vn)

    ວັນທີ 15 ພະຈິກ, ສະມາຄົມສິນໃນນ້ຳ ນະຄອນ ໂຮ່ຈີມິນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 1, ອາຍຸການ 2025 – 2030. ໃນອາຍຸການ 2025 – 2030, ກອງປະຊຸມໄດ້ກຳນົດ 11 ກຸ່ມໜ້າທີ່ຈຸດສຸມ. ໃນນັ້ນ,ໃຫ້ ບຸລິມະສິດພັດທະນາສະມາຄົມ, ທັງກ່ຽວກັບຈຳນວນ ແລະ ຄຸນນະພາບ, ເພື່ອແນໃສ່ສ້າງກຳລັງສະມາຊິນໃນວົງກວ້າງ ແລະ ເຊື່ອມຕໍ່ຢ່າງແໜ້ນແຟ້ນ. ສະມາຄົມຈະສຸມໃສ່ຜັນຂະຫຍາຍບັນດາໂຄງການໜູນຊ່ວຍທີ່ຈຳເປັນຄືຍົກສູງຄວາມສາມາດໃນການຜະລິດ, ເພີ່ມການໃຊ້ຈ່າຍພາຍໃນກຸ່ມ, ຈຳກັດການແຂ່ງຂັນທີ່ບໍ່ມີຄວາມຍຸຕິທຳ. ສະມາຄົມກໍ່ ເນັ້ນໜັກເຖິງບົດບາດປົກປ້ອງສິດອັນຊອບທຳຂອງຊາວປະມົງ ແລະ ວິສາຫະກິດ, ພ້ອມທັງຂົນຂວາຍສະມາຊິກ ປະຕິບັດແຜນນະໂຍບາຍຫຼຸດຜ່ອນທ່າກຳປັ່ນຂຸດຄົ້ນແຄມຝັ່ງ, ຫັນປ່ຽນອາຊິບຕາມທິດຍືນຍົງ. ກ່ຽວກັບການພັດທະນາເສດຖະກິດທະເລຕິດພັນກັບການປົກປັກຮັກສາອະທິປະໄຕ, ສະມາຄົມສົ່ງເສີມສະມາຊິກເຂົ້າຮ່ວມບັນດາກຸ່ມຂຸດຄົ້ນ, ສະໜອງການບໍລິການພະລາທິການອາຊີບຫາປາຢູ່ທະເລ, ທັງຍົກສູງປະສິດທິຜົນໃນການຫາປາທັງປະກອບສ່ວນເຂົ້າໃນການປົກປ້ອງເຂດທະເລຂອງປະເທດຊາດ.

TAG
VOV/VOVworld/IUU/ນະ​ຄອນ ໂຮ່​ຈີ​ມິນ/ກາ​ນ​ຫາ​ປາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ