logo

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

2025/11/4 | 09:22:27
(VOVWORLD) - ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.
ແຂກທ່ອງທ່ຽວສຕ່າງປະເທດ ຢ້ຽມຢາມຊົມຢູ່ນອກຮູບປັ້ນ ລຸງໂຮ່, ຖະໜົນຍ່າງ ຫງວຽນເຫວ້, ເມືອງ 1 (ພາບ: baotintuc.vn)

 ກຳລັງໜູນເຕີບໂຕບໍ່ພຽງແຕ່ມາຈາກບັນດາເຫດການວັດທະນະທຳ, ງານບຸນເທົ່ານັ້ນ ຫາກຍັງມາຈາກການກັບມາຫວຽດນາມຄືນໃໝ່ຂອງບັນດາຕະຫຼາດຈຸດສຸມແລະ ຄວາມມານະພະຍາຍາມເຮັດໃໝ່ຜະລິດຕະພັນຂອງບັນດາວິສາຫະກິດອີກດ້ວຍ. ປັດຈຸບັນນີ້, ພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ ໄດ້ດັດປັບຄາດໝາຍພັດທະນາຂອງຂະແໜງໃນຊຸມເດືອນທ້າຍປີ. ຕາມນັ້ນແລ້ວ, ນະຄອນ ໂຮ່ຈີມິນ ຈະສູ້ຊົນຕ້ອນຮັບແຂກທ່ອງທ່ຽວສາກົນໃຫ້ໄດ້ 10 ລ້ານເທື່ອຄົນ (ໝາຍຄວາມວ່າເພີ່ມຂຶ້ນ 1,5 ລ້ານເທື່ອຄົນ ເມື່ອທຽບໃສ່ຄາດໝາຍເກົ່າ) ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 45 – 50 ລ້ານເທື່ອຄົນ (ເພີ່ມຂຶ້ນ 5 ລ້ານ). ຫວັງວ່າ ບັນດາຜະລິດຕະພັນໃໝ່ທີ່ດຳເນີນໃນຊຸມເດືອນທ້າຍປີ ຈະເຮັດໃຫ້ແຂກທ່ອງທ່ຽວມີການສຳຜັດດ້ວຍຫຼາຍຮູບຫຼາຍແບບ, ຊຸກຍູ້ເສດຖະກິດຍາມກາງຄືນ, ເຊິ່ງແມ່ນເປົ້າໝາຍຍຸດທະສາດ ທີ່ນະຄອນພວມມຸ່ງໄປເຖິງເພື່ອຍົກສູງຄວາມສາມາດແກ້ງແຍ້ງກັບບັນດາຕະຫຼາດອື່ນໃນພາກພື້ນ.


 

TAG
VOV/VOVworld/ນະ​ຄອນ ໂຮ່​ຈີ​ມິນ/ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ