logo

ນະ​ຄອນ ໂຮ່​ຈີ​ມິນ ລະ​ດົມ​ເງິນ​ຊ່ວຍ​ເຫຼືອ​ພໍ່​ແມ່ປະ​ຊາ​ຊົນ​ຜູ້​ຖືກ​ຜົນ​ກະ​ທົບ​ຈາກ​ໄພ​ທຳ​ມະ​ຊາດ​ໄດ້​ກວ່າ 150 ຕື້​ດົ່ງ

2025/10/24 | 10:22:47
(VOVWORLD) - ນັບແຕ່ຕົ້ນເດືອນສິງຫາ ຫາວັນທີ 21 ຕຸລາ, ຄະນະຂົນຂວາຍລະດົມການຊ່ວຍເຫຼືອນະຄອນ ໂຮ່ຈີມິນ ໄດ້ຮັບການຊ່ວຍເຫຼືອກວ່າ 13.500 ເທື່ອຄັ້ງ, ດ້ວຍຈຳນວນເງິນ ແລະ ເຄື່ອງຂອງລວມມູນຄ່າກວ່າ 150 ຕື້ດົ່ງ.
ພິທີຮັບເງິນຊ່ວຍເຫຼືອພໍ່ແມ່ປະຊາຊົນແກ້ໄຂຜົນເສຍຫາຍຈາກພາຍຸ, ນ້ຳຖ້ວມ ຈາກບັນດາກົມກອງ (ພາບ: congly.vn)

ຕອນບ່າຍວັນທີ 23 ຕຸລາ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຈັດພິທີຮັບເງິນຊ່ວຍເຫຼືອພໍ່ແມ່ປະຊາຊົນແກ້ໄຂຜົນເສຍຫາຍຈາກພາຍຸ, ນ້ຳຖ້ວມ ຈາກບັນດາກົມກອງ, ອົງການຈັດຕັ້ງ, ວິສາຫະກິດ ແລະ ສ່ວນບຸກຄົນມອບໃຫ້.

        ທີ່ພິທີ, ທ່ານນາງ ເຈືອງທິບິກແຮັ້ງ, ຮອງປະທານຜູ້ປະຈຳການຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ ນັບແຕ່ຕົ້ນເດືອນສິງຫາ ຫາວັນທີ 21 ຕຸລາ, ຄະນະຂົນຂວາຍລະດົມການຊ່ວຍເຫຼືອນະຄອນ ໂຮ່ຈີມິນ ໄດ້ຮັບການຊ່ວຍເຫຼືອກວ່າ 13.500 ເທື່ອຄັ້ງ, ດ້ວຍຈຳນວນເງິນ ແລະ ເຄື່ອງຂອງລວມມູນຄ່າກວ່າ 150 ຕື້ດົ່ງ (ປະມານເກືອບ 5,7 ລ້ານ USD).

        ກໍໃນຕອນບ່າຍວັນທີ 23 ຕຸລາ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ, ຄະນະຂົນຂວາຍລະດົມການຊ່ວຍເຫຼືອຂອງນະຄອນໄດ້ມອບເງິນຊ່ວຍເຫຼືອ ແລະ ເຄື່ອງຂອງຈາກ 32 ກົມກອງ, ວິສາຫະກິດ, ອົງການຈັດຕັ້ງ ແລະ ສ່ວນບຸກຄົນລວມມູນຄ່າກວ່າ 6 ຕື້ດົ່ງ.


TAG
VOV/VOVworld/ນະຄອນ ໂຮ່ຈີມິນ/ເງິນຊ່ວຍເຫຼືອພໍ່ແມ່ປະຊາຊົນແກ້ໄຂຜົນເສຍຫາຍຈາກພາຍຸ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ