logo

ນະ​ຄອນ ໂຮ່​ຈີ​ມິນ ຮັດ​ແໜ້ນ​ການ​ຄຸ້ມ​ຄອງ​ເຮືອ​ຫາ​ປາ​ທີ່​ບໍ່​ມີ​ເງື່ອນ​ໄຂ​ຄົບ​ຖ້ວນ​ ເພື່ອເດີນເຮືອ

2025/12/14 | 12:43:21
(VOVWORLD) -   ວັນທີ 13 ທັນວາ, ນະຄອນ ໂຮ່ຈີມິນ ໄດ້ຈັດຄະນະກວດກາວຽກງານປ້ອງກັນ, ຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU) ຢູ່ບັນດາທ່າເຮືອຫາປາ Incomap,  ກາດເລີ, ຮຶງຖາຍ, ເຕີນເຟຶອກ.
ຄະນະປະຕິບັດງານລົງໄປກວດກາ

ຢູ່ບັນດາທ່າເຮືອຫາປາ, ທ່ານຮວ່າງງວຽນຢິງ, ຮອງປະທານຄະນະກຳມະການປະຊາຊົນ, ນະຄອນ ໄດ້ສຳຫຼວດສະພາບການຕົວຈິງກ່ຽວກັບເຮືອເຂົ້າທຽບທ່າ, ຄ່ຽນຖ່າຍສິນໃນນ້ຳ, ການລາຍງານທີ່ມາຂອງສິນໃນນ້ຳ; ພ້ອມດຽວກັນນັ້ນ, ກວດກາຄືນເລື່ອງການເຄື່ອນໄຫວຂອງບັນດາຫ້ອງການ IUU ໃນການຄວບຄຸມເຮືອຫາປາເຂົ້າທຽບທ່າ ແລະ ໂຄສະນາເຜີຍແຜ່, ບອກເຕືອນຊາວປະມົງ. ປັດຈຸບັນ, ນະຄອນ ໂຮ່ຈີມິນ ມີເຮືອຫາປາ 4.475 ລຳ, ບັນລຸ 100% ຈົດທະບຽນ ແລະ ອັບເດດຂໍ້ມູນໃນລະບົບ VNFishbase. ໃນນັ້ນ, ເຮືອຫາປາ 207 ລຳບໍ່ມີເງື່ອນໄຂຢ່າງຄົບຖ້ວນ ພວມໄດ້ຮັບການຄຸ້ມຄອງຢ່າງແໜ້ນແຟ້ນ, ບໍ່ໃຫ້ເດີບນເຮືອ. ເຮືອຫາປາທັງໝົດຂອງນະຄອນທີ່ມີຄວາມຍາວຈາກ 15 ແມັດຂຶ້ນເມືອ ໄດ້ຕິດຕັ້ງລະບົບ VMS, ຕິດຕາມຕະຫຼອດ 24 ຊົ່ວໂມງ. ລະບົບກວດກາແຫຼ່ງທີ່ມາເອເລັກໂຕນິກ Ecdt ໄດ້ຮັບການເຄື່ອນໄຫວຢູ່ 100% ທ່າເຮືອຫາປາທີ່ມີເງື່ອນໄຂຢ່າງຄົບຖ້ວນ.

TAG
VOV/VOVworld/VNFishbase/ລະບົບ VMS/ນະ​ຄອນ ໂຮ່​ຈີ​ມິນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ