logo

ນະຄອນ ໂຮ່ຈີມິນ ແລະ ແຂວງ ສະຫວັນນະເຂດ ເພີ່ມທະວີການຮ່ວມມືຢ່າງຮອບດ້ານ

2012/4/29 | 09:28:42
ທ່ານເລຂາຄະ​ນະ​ພັກ​ນະຄອນ ​ໂຮ່ຈີ​ມິນ Le Thanh Hai ຖື​ວ່າ: ຄວາມ​ສາມາດ​ບົ່ມ​ຊ້ອນ​​ໃນ​ກາ​ນຮ່ວມ​ມື​ຂອງ 2 ທ້ອງ​ຖີ່​ນ​ແມ່ນ​ໃຫຍ່​ຫຼວງ, ພິ​ເສດ​ແມ່ນ​ແຂວງ ສະຫວັນ​ນະ​ເຂດ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ, ນອນ​ໃນ​ແລວ​ເສດ​ຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ

ນະຄອນ ໂຮ່ຈີມິນ

(vovworld) – ທີ່​ການ​ຕ້ອນຮັບ​ທ່ານເລຂາພັກ​ແຂວງ, ​ເຈົ້າ​ແຂວງ​ແຂວງ ສະຫວັນ​ນະ​ເຂດ ສຸພັນ ​ແກ້ວ​ມີ​ໄຊ ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ ​ໂຮ່ຈີ​ມິນ, ວັນ​ທີ 28/4, ​ທ່ານເລຂາຄະ​ນະ​ພັກ​ນະຄອນ ​ໂຮ່ຈີ​ມິນ Le Thanh Hai ຖື​ວ່າ: ຄວາມ​ສາມາດ​ບົ່ມ​ຊ້ອນ​​ໃນ​ກາ​ນຮ່ວມ​ມື​ຂອງ 2 ທ້ອງ​ຖີ່​ນ​ແມ່ນ​ໃຫຍ່​ຫຼວງ, ພິ​ເສດ​ແມ່ນ​ແຂວງ ສະຫວັນ​ນະ​ເຂດ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ, ນອນ​ໃນ​ແລວ​ເສດ​ຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ. ຕາມ​ທ່ານ Le Thanh Hai ​ແລ້ວ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ນະຄອນ ​ໂຮ່ຈີມິນ ​ແລະ ​ແຂວງ​ສະຫວັນ​ນະ​ເຂດ​ຄວນ​ມີ​ບັນດາ​ລາຍການ​ຮ່ວມ​ມື​ລະອຽດ​ກ່ວາ, ບໍ່​ພຽງ​ແຕ່​ໃນ​ຂົງ​ເຂດ​ເສດຖະກິດ​​ເທົ່າ​ນັ້ນ, ຫາກ​ຍັງ​ໃນ​ຂົງ​ເຂດ​ສຶກສາ, ບຳລຸງ​ສ້າງ, ວັດທະນະທຳ​ສິລະ​ປະ, ພ້ອມ​ທັງ​ຊຸກ​ຍູ້​ການ​ພົວພັນ​ແລກປ່ຽນ​ປະຊາຊົນ, ບັນດາ​ອົງການ​ແນ​ວ​ໂຮມ​ປະ​ເທ​ດຊາດ, ໝູ່​ຄະນະ, ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຜ່ານ​ນັ້ນ​ສຶກສາອົບຮົ​ມ​ມູນ​ເຊ​ື້ອອັນ​ດີງາມ​ລະຫວ່າງ 2 ທ້ອງ​ຖີ່​ນ ກໍ່​ຄື 2 ປະ​ເທດ​ຫວຽດນາມ - ລາວ ອ້າຍ​ນ້ອງ. 2 ທ້ອງ​ຖີ່​ນສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ວິ​ສາ​ຫະກິດ​​ໄດ້ພົບ​ປະ, ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື.

ທ່ານ​ ສຸພັນ ​ແກ້ວ​ມີ​ໄຊ ປາດ​ຖະໜາ​ຢາກ​ຕ້ອນຮັບ​ບັນດາ​ວິ​ສາ​ຫະກິດ,​ ນັກ​ລົງທຶນ​ຂອງ​ນະຄອນ ​ໂຮ່ຈີ​ມິນ ກໍ​ຄື​ຂອງ​ຫວຽດນາມ ມາ​ຊອກຮູ້, ຮ່ວມ​ມື​ລົງທຶນ​ຢູ່​ແຂວງ​ສະຫວັນ​ນະ​ເຂດ, ພ້ອມ​ທັງ​ສະ​ເໜີ​ໃຫ້​ນະຄອນ ​ໂຮ່ຈີ​ມິນ ຈົ່ງສືບ​ຕໍ່​ໜູນ​ຊ່ວຍ​ແຂວງ ສະຫວັນ​ນະ​ເຂດ​ ​ໃນ​ຂົງ​ເຂດ​ສຶກສາ, ບຳລຸງ​ສ້າງ​​ໃນ​ໄລຍະ​ຈະ​ມາ​ເຖິງ.

 

TAG
ຮ່ວມມືຮອບດ້ານ/​ນະຄອນ ໂຮ່ຈີມິນ/ສະຫວັນນະເຂດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ