logo

ນະ​ວັດ​ຕະ​ກຳ, ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ໃໝ່​ໃນ​ການ​ຮ່ວມ​ມື​ທ້ອງ​ຖິ່ນ ຫວຽດ​ນາມ - ຍີ່​ປຸ່ນ

2025/11/25 | 11:15:58
(VOVWORLD) -      ເວທີປາໄສຮ່ວມມືທ້ອງຖິ່ນ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 1, ດ້ວຍຫົວຂໍ້ “ພ້ອມກັນພັດທະນາຢ່າງຮອບດ້ານ - ສ້າງອະນາຄົດແບບຍືນຍົງ”, ໄດ້ດຳເນີນໃນຕອນເຊົ້າວັນທີ 25 ພະຈິກ ຢູ່ແຂວງ ກວາງນິງ.
ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ

ເມື່ອກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຖືວ່າ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງທີ່ສອງຝ່າຍສາມາດຂຸດຄົ້ນໄດ້, ດັ່ງນັ້ນ ຕ້ອງເປັນເຈົ້າການ, ປະດິດຄິດສ້າງ, ເສີມຂະຫຍາຍບັນດາກຳລັງບົ່ມຊ້ອນ, ປັດໄຈໜູນຊ່ວຍແກ່ກັນໃຫ້ການລະຫວ່າງທ້ອງຖິ່ນຂອງສອງປະເທດເພື່ອຊຸກຍູ້ການຮ່ວມມືທ້ອງຖິ່ນບົນຫຼັກການ “ຕ່າງຝ່າຍຕ່າງມີຜົນປະໂຫຍດ”, ເພື່ອຄວາມວັດທະນາຖາວອນລວມ. ກຳນົດການພົວພັນແລກປ່ຽນວັດທະນະທຳ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແມ່ນພື້ນຖານຂອງການພົວພັນຮ່ວມມືຍາວນານ. ກຳນົດຂະແໜງນະວັດຕະກຳ, ຫັນເປັນດີຈີຕອນ ຕ້ອງກາຍເປັນກຳລັງໜູນການເຕີບໂຕໃໝ່ຂອງການຮ່ວມມືທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ:

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ເວທີປາໄສ

  “ສະເໜີໃຫ້ສອງຝ່າຍຄົ້ນຄວ້າຊຸກຍູ້ບັນດາຮູບແບບການຮ່ວມມືກ່ຽວກັບເຕັກໂນໂລຢີ, ປັນຍາປະດິດ (AI), ຕົວເມືອງອັດສະລິຍະ, ສູນບຳລຸງສ້າງການ start up… ໃນນັ້ນ, ປາດຖະໜາວ່າ ຝ່າຍ ຍີ່ປຸ່ນ ຈະເພີ່ມທະວີການແບ່ງປັນບົດຮຽນປະສົບການ ແລະ ການໜູນຊ່ວຍທ້ອງຖິ່ນ, ວິສາຫະກິດ ຫວຽດນາມ ໃນການສ້າງລະບົບນິເວດນະວັດຕະກຳ, ຊຸກຍູ້ການຫັນເປັນດີຈີຕອນໃນອຳນາດການປົກຄອງທ້ອງຖິ່ນ, ຍົກສູງກຳລັງຄວາມສາມາດສ້າງນະໂຍບາຍ, ຄຸ້ມຄອງໃນບັນດາຂົງເຂດບຸລິມະສິດ, ເຊັ່ນ: AI, ພື້ນຖານໂຄງລ່າງເຄື່ອນທີ່, ເຄິ່ງຊັກນຳໄຟຟ້າ”.

TAG
VOV/VOVworld/ຂົງເຂດບຸລິມະສິດ/​ການ​ຮ່ວມ​ມື​ທ້ອງ​ຖິ່ນ ຫວຽດ​ນາມ - ຍີ່​ປຸ່ນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ