logo

ນະ​ໂຍ​ບາຍ​ເຮືອນ​ຢູ່​ສັງ​ຄົມ ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ມີ​ເຮືອນ​ຢູ່

2025/9/22 | 11:41:19
(VOVWORLD) -  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ: ນະໂຍບາຍເຮືອນຢູ່ ແລະ ຕະຫຼາດອະສັງຫາລິມະຊັບ ມີບົດບາດສຳຄັນ, ປະກອບສ່ວນຊຸກຍູ້ການເຕີບໂຕ, ຍົກສູງຄຸນນະພາບໃນການດຳລົງຊີວິດຂອງປະຊາຊົນ, ສ້າງສົມໜ້າໃໝ່ໃຫ້ແກ່ປະເທດຊາດ.
 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນບ່າຍວັນທີ 22 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ ປະກາດຂໍ້ຕົກລົງບູລະນະຄະນະຊີ້ນຳ ແລະ ກອງປະຊຸມຄັ້ງທີ 1 ຂອງຄະນະຊີ້ນຳ. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນຫົວໜ້າຄະນະຊີ້ນຳ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລະ ທ່ານລັດຖະມົນຕີກະຊວງກໍ່ສ້າງ ເຈິ່ນຮົ່ງມິງ ເປັນຮອງຫົວໜ້າຄະນະຊີ້ນຳ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ: ນະໂຍບາຍເຮືອນຢູ່ ແລະ ຕະຫຼາດອະສັງຫາລິມະຊັບ ມີບົດບາດສຳຄັນ, ປະກອບສ່ວນຊຸກຍູ້ການເຕີບໂຕ, ຍົກສູງຄຸນນະພາບໃນການດຳລົງຊີວິດຂອງປະຊາຊົນ, ສ້າງສົມໜ້າໃໝ່ໃຫ້ແກ່ປະເທດຊາດ. ທ່ານໃຫ້ຮູ້ວ່າ:

ການປະກອບສ່ວນສ້າງແຫຼ່ງສະໜອງ, ໂຄງປະກອບອະສັງຫາລິມະຊັບ ພິເສດແມ່ນເຮືອນຢູ່ສັງຄົມໃຫ້ແກ່ຜູ້ມີລາຍຮັບຕ່ຳ ແລະ ປານກາງ ໃນປັດຈຸບັນແມ່ນສຳຄັນທີ່ສຸດ, ຕ້ອງເຮັດ, ປະຕິບັດຢ່າງເດັດຂາດ. ພວກເຮົາບໍ່ອາດ ເມີນເສຍຕໍ່ນະໂຍບາຍໃຫຍ່ຂອງພັກ, ນະໂຍບາຍທີ່ມະນຸດສະທຳທີ່ສຸດນີ້. ບໍ່ເສຍສະຫຼະການຊ່ວຍເຫຼືອສັງຄົມ ເພື່ອເດີນຕາມການເຕີບໂຕຢ່າງດຽວ.

TAG
VOV/VOVworld/ເຮືອນ​ຢູ່​ສັງ​ຄົມ/ປະ​ຊາ​ຊົນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ