logo

ນາ​ຍົກັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ເຫຼົ່າທັບປ້ອງ​ກັນ​ອາ​ກາດ - ກອງ​ທັບ​ອາ​ກາດ ຕ້ອງ​ນຳ​ໜ້າ​ໃນ​ການ​ຫັນ​ກຳ​ລັງ​ເປັນ​ທັນ​ສະ​ໄໝ

2025/10/21 | 12:08:03
(VOVWORLD) - ບັນດາໄຊຊະນະທີ່ພົ້ນເດັ່ນຂອງກົມກອງ, ນັກຮົບເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດໃນປະຫວັດສາດ ໄດ້ຢັ້ງຢືນພຸມປັນຍາ ແລະ ຄຸນນະທາດ ຫວຽດນາມ, ສະແດງສິລະປະສູ້ຮົບທີ່ເປັນເອກະລັກ, ປະດິດຄິດສ້າງຂອງກຳລັງປ້ອງກັນອາກາດ - ກອງທັບອາກາດ, ປະກອບສ່ວນແຜ່ກະຈາຍມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມອບນາມມະຍົດ ວິລະຊົນກຳລັງປະກອບອາວຸດປະຊາຊົນ ໃຫ້ແກ່ເຫຼົ່າທັບປ້ອງກັນອາກາດ (ພາບ: VOV)

 ຕອນເຊົ້າວັນທີ 21 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີມອບ-ຮັບນາມມະຍົດ ວິລະຊົນກຳລັງປະກອບອາວຸດປະຊາຊົນ ແລະ ສະເຫຼີມສະຫຼອງ 62 ປີແຫ່ງວັນມູນເຊື້ອຂອງເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ (ວັນທີ 20 ຕຸລາ 1963 – 22 ຕຸລາ 2025).

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: VOV)

        ເມື່ອກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ບັນດາໄຊຊະນະທີ່ພົ້ນເດັ່ນຂອງກົມກອງ, ນັກຮົບເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດໃນປະຫວັດສາດ ໄດ້ຢັ້ງຢືນພຸມປັນຍາ ແລະ ຄຸນນະທາດ ຫວຽດນາມ, ສະແດງສິລະປະສູ້ຮົບທີ່ເປັນເອກະລັກ, ປະດິດຄິດສ້າງຂອງກຳລັງປ້ອງກັນອາກາດ - ກອງທັບອາກາດ, ປະກອບສ່ວນແຜ່ກະຈາຍມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນ ຫວຽດນາມ.  ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ:

        “ກຳແໜ້ນສະພາບການ, ເປັນເຈົ້າການຍຸດທະສາດ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ກະທັນຫັນຢູ່ເທິງອາກາດ ແລະ ໃນທຸກແນວຮົບ. ທີສອງ, ເຫຼົ່າທັບຕ້ອງເປັນແບບຢ່າງ, ນຳໜ້າໃນຂົງເຂດວິທະຍາສາດເຕັກໂນໂລຢີ, ຫັນເປັນດີຈີຕອນ ແລະ ຫັນເປັນກຳລັງທັນສະໄໝ. ທີສາມ, ພັດທະນາກຳລັງບົນຈິດໃຈ “3 ບໍ່” ນັ້ນແມ່ນ: ບໍ່ໝິ່ນປະໝາດ, ລະເຫຼີງ, ຂາດສະຕິລະວັງຕົວ; ບໍ່ກະເຫຼີມຕົນ, ພໍໃຈກັບສິ່ງທີ່ພວມມີ, ພໍໃຈກັບຜົນງານທີ່ບັນລຸໄດ້; “ອອກເຄື່ອນທັບຕ້ອງຮັບໄຊຊະນະ”

ລ້າຍຮວາ

TAG
VOV/VOVworld/ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ