logo

ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບຫົວໜ້າຄະນະກຳມະການກວດກາສູນກາງ ລາວ

2012/5/22 | 12:05:25
ຕອນ​ບ່າຍ​ວັນ​ທີ 22/5, ຢູ່​ສຳນັກງານ​ນາຍົກລັດຖະມົນຕີ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ໃຫ້ການຕ້ອນຮັບ ທ່ານ ບຸນ​ທອງ ຈິດ​ມະນີ, ​ຫົວໜ້າ​ຄະນະ​ກຳມະການ​ກວດກາ​ສູນ​ກາງ​, ຫົວໜ້າ​ຄະນະ​ກວດກາ​ລັດຖະບານ​ລາວ ທີ່​ພວມຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ

 ທ່ານ ບຸນ​ທອງ ຈິດ​ມະນີ ແລະ ທ່ານ ນາຍົກລັດຖະມົນຕີ Nguyen Tan Dung
(ພາບ: VGP)

(vovworld) - ຕອນ​ບ່າຍ​ວັນ​ທີ 22/5, ຢູ່​ສຳນັກງານ​ນາຍົກລັດຖະມົນຕີ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ໃຫ້ການຕ້ອນຮັບ ທ່ານ ບຸນ​ທອງ ຈິດ​ມະນີ, ​ຫົວໜ້າ​ຄະນະ​ກຳມະການ​ກວດກາ​ສູນ​ກາງ​, ຫົວໜ້າ​ຄະນະ​ກວດກາ​ລັດຖະບານ​ລາວ ທີ່​ພວມຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​​ເນັ້ນ​ໜັກ​ວ່າ: ຍາມ​ໃດ​ຫວຽດນາມ ກໍ​ສະໜັບສະໜູນ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ຫວຽດນາມ ກັບ​ຄະນະ​ກຳມະການ​ກວດກາ​ສູນ​ກາງ, ກວດກາ​ລັດຖະບາ​ນລາວ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ໃນ​ການ​ບຳລຸງ​ສ້າງ​ແຫຼ່ງຊັບ​ພະຍາຍ​ກອນ​ມະນຸດ, ກວດກາ​ການ​ປະຕິບັດ​ບັນ​ດານ​ະ​ໂຍບາຍ​ກົດໝາຍ, ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ​ເຊິ່ງກັນ ​ແລະ ກັນ ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​​ເຟືອຍ​​.​​.​.​. ສ່ວນ​ທ່ານ ບຸນ​ທອງ ຈິດ​ມະນີ, ຫົວໜ້າ​ຄະນະ​ກຳມະການ​ກວດກາ​ສູນ​ກາງ​, ຫົວໜ້າ​ຄະນະ​ກວດກາ​ລັດຖະບານ​ລາວ ​ໄດ້​ຢັ້ງຢືນ​ວ່າ ພັກ, ລັດ​ລາວ​ ຈະ​ມານະພະ​ຍາ​ຍາມ​ພ້ອມ​ກັບ​ພັກ, ລັດ​ຫວຽດນາມ ສືບຕໍ່​ເພີ່ມ​ພຸ​ນຄຸນ​ສ້າງ, ພັດທະນາ ​ແລະ ​ເຮັດ​​ໃຫ້ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ຫວຽດນາມ - ລາວ ນັບ​ມື້​ນັບ​ເລິກ​ເຊິ່ງກ່ວາ​ອີກ.

 

TAG
ຄະນະກວດກາສູນກາງ/ກວດກາລັດຖະບານ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ