logo

ນາຍົກລັດຖະມົນຕີ ຊີ້ນຳປະຕິບັດເດືອນຈຸດສຸມຕ້ານການຂຸດຄົ້ນ IUU ຢ່າງເດັດຂາດ

2025/11/12 | 07:11:00
(VOVWORLD) - ແຕ່ວັນທີ 04 – 11 ພະຈິກ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ປະຕິບັດສຳເລັດ 31/66 ໜ້າທີ່ (ເພີ່ມຂຶ້ນ 8 ໜ້າທີ່ເມື່ອທຽບໃສ່ອາທິດກ່ອນ)
(ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ທີ່ວາລະປະຊຸມ)

ໂດຍປະຕິບັດເດືອນຈຸດສຸມຕ້ານການຂຸດຄົ້ນ IUU; ຢຸດຕິສະພາບການປາຫາຢ່າງຜິດກົດໝາຍດ້ວຍທຸກວິທີ; ສ້າງການຫາປາດ້ວຍຄວາມຮັບຜິດຊອບ, ຊອກຫາໄດ້ຕົ້ນກຳເນີດ, ນີ້ແມ່ນຄຳຮຽກຮ້ອງຂອງ ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ທີ່ວາລະປະຊຸມຄັ້ງທີ 21 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ຈັດຂຶ້ນໃນຕອນບ່າຍວັນທີ 11 ພະຈິກ, ຢູ່ສຳນັກງານລັດຖະບານ. ວາລະປະຊຸມໄດ້ເຊື່ອມຕໍ່ທາງໄກກັບ 21 ແຂວງ, ນະຄອນເຂດແຄມທະເລ.

ແຕ່ວັນທີ 04 – 11 ພະຈິກ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ປະຕິບັດສຳເລັດ 31/66 ໜ້າທີ່ (ເພີ່ມຂຶ້ນ 8 ໜ້າທີ່ເມື່ອທຽບໃສ່ອາທິດກ່ອນ), ພວມຜັນຂະຫຍາຍ 35 ໜ້າທີ່ຕາມຄວາມຄືບໜ້າຂອງນາຍົກລັດຖະມົນຕີມອບໃຫ້. ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ໃນອາທິດຈະມາເຖິງ ບັນດາທ້ອງຖິ່ນຕ້ອງແກ້ໄຂບັນດາການລະເມີດກົດໝາຍໃນການຂຸດຄົ້ນ IUU ຢ່າງເດັດຂາດ.

“ຫົວໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງຮັບຜິດຊອບໂດຍກົງຢ່າງຮອບດ້ານຕໍ່ລັດຖະບານ, ນາຍົກລັດຖະມົນຕີ ຖ້າຫາກປະໃຫ້ເກີດເຫດກຳປັ່ນຫາປາລະເມີດ, ເຮັດໃຫ້ການແກ້ໄຂບັດເຫຼືອງ IUU ຖືກຊັກຊ້າ; ຕ້ອງສຸມໃສ່ເດືອນຈຸດສຸມໃນການຕ້ານການຂຸດຄົ້ນ IUU ເປັນຢ່າງສູງ; ຢຸດຕິສະພາບຫາປາແບບຜິດກົດໝາຍດ້ວຍທຸກວິທີໃນທັນທີ”.

TAG
VOV/VOVworld/ຜິດ​ກົດ​ໝາຍ/ບໍ່​ລາຍ​ງານ/ປະ​ຕິ​ບັດ/​ຂໍ້​ກຳ​ນົດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ