logo

ນາຍົກລັດຖະມົນຕີຊົ່ວຄາວ ເນປານ ປະກາດບຸລິມະສິດໃນອາຍຸການ 6 ເດືອນ

2025/9/15 | 09:03:00
(VOVWORLD) - ທ່ານນນາງ Sushila Karki ເນັ້ນໜັກວ່າ ຄະນະລັດຖະບານຂ້າມຜ່ານພຽງແຕ່ກຳອຳນາດຄຸ້ມຄອງບໍລິຫານປະເທດໃນຮອບເວລາ 6 ເດືອນ, ຫຼັງຈາກນັ້ນຈະມອບສິດອຳນາດໃຫ້ສະພາແຫ່ງຊາດໃໝ່ທີ່ໄດ້ເລືອກຕັ້ງໃນເດືອນ ມີນາ 2026.
ທ່ານນາງ Sushila Karki, ນາຍົກລັດຖະມົນຕີຊົ່ວຄາວ ເນປານ
(ພາບ: PTI)

ວັນທີ 14 ກັນຍາ, ໃນບົດກ່າວປາໄສຕໍ່ມະຫາຊົນ, ທ່ານນາງ Sushila Karki, ນາຍົກລັດຖະມົນຕີຊົ່ວຄາວ ເນປານ, ໄດ້ຍົກອອກບັນດາບຸລິມະສິດການກະທຳບໍລິຫານປະເທດຊາດຂອງຕົນໃນໄລຍະ 6 ເດືອນທີ່ຈະມາເຖິງນີ້. ໃນນັ້ນ, ລັດຖະບານຊົ່ວຄາວໂດຍທ່ານນາງ Sushila Karki ນຳໜ້າ ຈະສຸມໃສ່ຄວາມສາມັກຄີ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກການຜັນແປດ້ານການເມືອງທີ່ຜ່ານມາ, ສ້າງສາ ແລະ ຮັກສາເສດຖະກິດໃຫ້ເປັນປົກກະຕິ.

ທ່ານນນາງ Sushila Karki ເນັ້ນໜັກວ່າ ຄະນະລັດຖະບານຂ້າມຜ່ານພຽງແຕ່ກຳອຳນາດຄຸ້ມຄອງບໍລິຫານປະເທດໃນຮອບເວລາ 6 ເດືອນ, ຫຼັງຈາກນັ້ນຈະມອບສິດອຳນາດໃຫ້ສະພາແຫ່ງຊາດໃໝ່ທີ່ໄດ້ເລືອກຕັ້ງໃນເດືອນ ມີນາ 2026. ທ່ານກໍ່ໃຫ້ຮູ້ວ່າ ຈະເປີດການສືບສວນບັນດາການກະທຳທຳລາຍ ແລະ ໃຊ້ຄວາມຮຸນແຮງໃນຊຸມມື້ຜ່ານມາຢ່າງຮອບດ້ານ. ສິ້ນສຸດບົດກ່າວປາໄສ, ທ່ານນາງນາຍົກລັດຖະມົນຕີຊົ່ວຄາວ ເນປານ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຮ່ວມແຮງຮ່ວມໃຈສ້າງ ເນປານ ຂຶ້ນຄືນໃໝ່.

TAG
VOV/VOVworld/​ສືບ​ສວນ/ກະ​ທຳ/​ທຳ​ລາຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ