logo

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊົ່ວ​ຄາວ ເນປານ ປະ​ກາດ​ພາກ​ສ່ວນ​ຄະ​ນະ​ລັດ​ຖະ​ບານ

2025/9/16 | 10:51:07
(VOVWORLD) - ວັນທີ 15 ກັນຍາ, ທ່ານນາງ Sushila Karki ນາຍົກລັດຖະມົນຕີຊົ່ວຄາວ ເນປານ ໄດ້ປະກາດພາກສ່ວນຄະນະລັດຖະບານທຳອິດຈຳນວນໜຶ່ງ ໃນສະພາບການປະເທດນີ້ພວມມານະພະຍາຍາມຟື້ນຟູຄວາມເປັນລະບຽບຮຽບຮ້ອຍພາຍຫຼັງການແຫ່ຂະບວນປະທ້ວງຈະລາຈົນ ເຮັດໃຫ້ອຳນາດການປົກຄອງເກົ່າຖືກລົ້ມລະລາຍ. 
ລັດຖະມົນຕີໃໝ່ 3 ທ່ານຂອງ ເນປານ ສາບານຕົວຮັບດຳລົງຕຳແໜ່ງໃນວັນທີ 15/9 (ພາບ: REUTERS/Navesh Chitrakar)

ຕາມນັ້ນແລ້ວ, ທ່ານ Rameshore Prasad Khanal ອະດີດລັດຖະມົນຕີການເງິນ ຈະກັບຄືນດຳລົງຕຳແໜ່ງດັ່ງກ່າວ. ທ່ານ Kulman Ghising, ອະດີດຜູ້ອຳນວຍການຝ່າຍບໍລຫານ ບໍລິສັດພະລັງງານໄຟຟ້າ ເນປານ ຈະຮັບຜິດຊອບ 3 ກະຊວງ ລວມມີ: ກະຊວງພະລັງງານ, ຊັບພະຍາກອນນ້ຳ ແລະ ຊົນລະປະທານ; ກະຊວງຄົມມະນາຄົມ ແລະ ພື້ນຖານໂຄງລ່າງ ແລະ ກະຊວງພັດທະນາຕົວເມືອງ. ໃນຂະນະນັ້ນ, ທ່ານ Om Prakash Aryal ທະນາຍຄວາມ ຜູ້ທີ່ເຄີຍເປັນທີ່ປຶກສາດ້ານກົດໝາຍໃຫ້ແກ່ເຈົ້າຄອງນະຄອນ Kathmandu ຈະຮັບຜິດຊອບບັນດາກະຊວງ ຄື: ກະຊວງພາຍໃນ, ກະຊວງກົດໝາຍ, ຍຸຕິທຳ ແລະ ບັນດາບັນຫາສະພາແຫ່ງຊາດ.

ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 12 ກັນຍາ ຜ່ານມາ, ທ່ານນາງ Sushila Karki ອະດີດປະທານສານ ໄດ້ສາບານຕົວຮັບດຳລົງຕຳແໜ່ງຢ່າງເປັນທາງການດ້ວຍການເປັນສັກຂີພິຍານຂອງທ່ານ Ramchandra Paudel ປະທານາທິບໍດີ, ອັນໄດ້ຂີດໝາຍບາດລ້ຽວປະຫວັດສາດຂອງ ເນປານ ເມື່ອກາຍເປັນນາຍົກລັດຖະມົນຕີຊົ່ວຄາວຍິງຄົນທຳອິດຂອງປະເທດ ອາຊີໃຕ້ ນີ້.

TAG
VOV/VOVworld/ຄະ​ນະ​ລັດ​ຖະ​ບານ​ຊົ່ວ​ຄາວ/ເນ​ປານ/ລັດ​ຖະ​ມົນ​ຕີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ