logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກະ​ຕຸ້ນ​ເສດ​ຖະ​ກິດ, ສະ​ກັດ​ກັ້ນ​ໄພ​ເງິນ​ເຟີ້

2025/10/22 | 12:57:19
(VOVWORLD) -  ວັນທີ 21 ຕຸລາ, ທ່ານນາງ Sanae Takaichi ນາຍົກລັດຖະມົນຕີ ຄົນໃໝ່ ຍີ່ປຸ່ນ ຖະແຫຼງວ່າ ຈະຊີ້ນຳບັນດາເຈົ້າໜ້າທີ່ລັດຖະບານຮຽບຮຽງບ້ວງກະຕຸ້ນເສດຖະກິດໂດຍໄວ ເພື່ອແນໃສ່ຮັບມືກັບສະພາບການຄ່າຄອງຊີບເພີ່ມຂຶ້ນ.

  ເມື່ອກ່າວຄຳເຫັນໃນກອງປະຊຸມຖະແຫຼງການຢູ່ນະຄອນຫຼວງ ໂຕກຽວ, ທ່ານນາງ Sanae Takaichi ເນັ້ນໜັກວ່າ ລັດຖະບານຂອງທ່ານນາງ ຈະໃຫ້ບຸລິມະສິດຕໍ່ບັນດານະໂຍບາຍເສດຖະກິດ ແທນທີ່ເລືອກເອົາກໍລະນີຍຸບເລີກສະພາຕ່ຳ ເພື່ອຈັດຕັ້ງການເລືອກຕັ້ງກ່ອນກຳນົດເວລາ. ທ່ານນາງ ຊີ້ແຈ້ງວ່າ ຈະລົບລ້າງພາສີສົ່ງອອກຊົ່ວຄາວສຳລັບນ້ຳມັນ ແລະ ເພີ່ມລະດັບລາຍຮັບທີ່ບໍ່ຕ້ອງເສຍພາສີຈາກລະດັບປັດຈຸບັນແມ່ນ 1,03 ລ້ານ ຢຽນ (ປະມານ 6.800 USD) ຜ່ານການຮັບຟັງຄຳເຫັນຈາກບັນດາພັກຝ່າຍຄ້ານ. ບັນດາມາດຕະການເສດຖະກິດນີ້ ຈະຊ່ວຍເພີ່ມລາຍຮັບໃຫ້ແກ່ປະຊາຊົນ ແລະ ຫຼຸດຜ່ອນພາລະແບກຫາບໃຫ້ແກ່ບັນດາຄອບຄົວ.

        ສຳລັບດ້ານພົວພັນທາງການທູດ, ທ່ານນາງ Sanae Takaichi ມີຄວາມປາດຖະໜາ ຢາກພົບປະກັບການນຳຂອງບັນດາປະເທດອື່ນໃນກອງປະຊຸມທີ່ກ່ຽວຂ້ອງເຖິງ ອາຊຽນ ເຊິ່ງຈະຈັດຂຶ້ນຢູ່ ມາເລເຊຍ ໃນທ້າຍອາທິດນີ້ ແລະ ກອງປະຊຸມສຸດຍອດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ທີ່ຈະດຳເນີນໃນທ້າຍເດືອນນີ້ຢູ່ ສ.ເກົາຫຼີ.


TAG
VOV/VOVworld/ທ່ານ​ນາງ Sanae Takaichi ນາ​ຍົກ​ລັດ​ຖະ​ມົນ​ຕີ ຄົນ​ໃໝ່ ຍີ່​ປຸ່ນ/ກະ​ຕຸ້ນ​ເສດ​ຖະ​ກິດ/ສະ​ກັດ​ກັ້ນ​ໄພ​ເງິນ​ເຟີ້

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ