logo

ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຟ້າມ​ງິ​ຈິງ: ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ logistics “ສີ​ຂຽວ”, “ດີ​ຈີ​ຕອນ”, “ອັດ​ສະ​ລິ​ຍະ”

2025/11/29 | 08:37:16
(VOVWORLD) - ຕອນເຊົ້າວັນທີ 29 ພະຈິກ, ຢູ່ນະຄອນ ດ່າໜັງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ເວທີປາໄສ Logistics ຫວຽດນາມ ປີ 2025  ດ້ວຍຫົວຂໍ້ “Logistics ຫວຽດນາມ - ບືນຕົວຂຶ້ນໃນສັງກາດໃໝ່”.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນຢູ່ເວທີປາໄສ 

ເມື່ອກ່າວຄຳເຫັນໃນເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ຫວຽດນາມ ມີທ່າໄດ້ປຽບກ່ຽວກັບທີ່ຕັ້ງພູມີສາດການເມືອງ - ພູມສາດ - ເສດຖະກິດ, ແຕ່ການລົງທຶນໃຫ້ແກ່ logistics ຍັງກະແຈກກະຈາຍ, ຍັງບໍ່ທັນສົມຄູ່, ສະນັ້ນ ຂະແໜງ logistics ຍັງຄົງມີທ່າແຮງບົ່ມຂ້ອນພັດທະນາຫຼາຍຢ່າງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ:

“ການພັດທະນາພື້ນຖານໂຄງລ່າງ logistics “ສີຂຽວ”, “ດີຈີຕອນ”, “ອັດສະລິຍະ”. “ສີຂຽວ” ແມ່ນການພັດທະນາແບບຍືນຍົງ, ວັດທະນະທຳມະນຸດ. “ດີຈີຕອນ” ໝາຍເຖິງການພັດທະນາວ່ອງໄວ, ທັນສະໄໝ. ການເຊື່ອມຕໍ່ຖານຂໍ້ມູນ logistics ນຳກັນຊ່ວຍຫຼຸດຜ່ອນການປ່ອຍອາຍພິດກາກບອນໃນລະດັບຕ່ຳສຸດ. ເພີ່ມທະວີການຮ່ວມມືສາກົນກ່ຽວກັບ logistics ສີຂຽວ, logistics ກາກບອນຕ່ຳ ແລະ ຮັກສາອັດຕາມູນຄ່າເພີ່ມຢູ່ໃນລະດັບສູງປະມານ 20 25% ໃນປີ 2030 ຕາມຍຸດທະສາດທີ່ໄດ້ປະກາດໃຊ້”.

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຮັບໃຊ້ການພັດທະນາສີຂຽວ. ໄປຄຽງຄູ່ກັນນັ້ນ ແມ່ນການພັດທະນາວິສາຫະກິດ logistics ນາໆຊາດ ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ. ສ້າງກົນໄກລະດົມແຫຼ່ງກຳລັງເພື່ອພັດທະນາ logistics ສີຂຽວ, ດີຈີຕອນ, ທັນສະໄໝ, ອັດສະລິຍະ.


TAG
VOV/VOVworld/ພື້ນຖານໂຄງລ່າງ logistics/ຖານຂໍ້ມູນ logistics

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ