logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​ຕະຫຼາດຫຼັກ​ຊັບ Johannesburg ຢູ່ ອາ​ຟະ​ລິ​ກາ​ໃຕ້

2025/11/21 | 10:32:12

(VOVWORLD) - ຕອນເຊົ້າວັນທີ 21 ພະຈິກ (ຕາມເວລາທ້ອງຖິ່ນ),  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຕະຫຼາດຫຼັກຊັບ Johannesburg, ສູນທຸລະກຳຫຼັກຊັບໃຫຍ່ສຸດຢູ່ ອາຟະລິກາ.



  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານ ປອ. Leila Fourie, ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບ Johannesburg (ພາບ: TTXVN)

ພາຍຫຼັງທີ່ເດີນທາງຮອດ ອາຟະລິກາໃຕ້ ໃນຂອບເຂດລາຍການເຂົ້າຮ່ວມກອງປະຊຸມສຸດຍອດ G20 ຢູ່ປະເທດນີ້, ຕອນເຊົ້າວັນທີ 21 ພະຈິກ, (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຕະຫຼາດຫຼັກຊັບ Johannesburg, ສູນທຸລະກຳຫຼັກຊັບໃຫຍ່ສຸດຢູ່ ອາຟະລິກາ.

      ເມື່ອໄປຢ້ຽມຢາມ ແລະ ແລກປ່ຽນກັບທ່ານ ປອ. Leila Fourie, ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບ Johannesburg, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ນີ້ແມ່ນຮູບແບບ ເຊິ່ງ ຫວຽດນາມ ປາດຖະໜາຢາກແລກປ່ຽນ ເມື່ອຕະຫຼາດຫຼັກຊັບ ຫວຽດນາມ ຫາກໍ່ຍົກລະດັບຕະຫຼາດຊາຍແດນ ຂຶ້ນເປັນຕະຫຼາດຫາກໍ່ພົ້ນເດັ່ນອັນດັບສອງ. ຫວຽດນາມ ກໍພວມສ້າງສູນການເງິນສາກົນຢູ່ນະຄອນ ໂຮ່ຈີມິນ ແລະ ດ່າໜັງ. ດັ່ງນັ້ນ, ຫວຽດນາມ ປາດຖະໜາວ່າ ການຮ່ວມມື ແລະ ການແບ່ງປັນບົດຮຽນປະສົບການກ່ຽວກັບການຄຸ້ມຄອງຕະຫຼາດ ເພື່ອພັດທະນາຢ່າງປອດໃສ, ຈະແຈ້ງ, ມີສະຖຽນລະພາບ ແລະ ຍືນຍົງ.

TAG
VOV/VOVworld/ຕະຫຼາດຫຼັກ​ຊັບ/Johannesburg/ອາ​ຟະ​ລິ​ກາ​ໃຕ້

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ